ກົນລະຍຸດທ່ອງທ່ຽວລາວ

ການທ່ອງທ່ຽວລາວຕ້ອງວາງແຜນກົນລະຍຸດດີໆ ປີນີ້ເປັນປີທ່ອງທ່ຽວລາວ ຜ່ານມາໄດ້ສາມເດືອນແລ້ວ. ໃນເມື່ອ: 1. ຄູ່ແຂ່ງການທ່ອງທ່ຽວລາວແມ່ນການທ່ອງທ່ຽວໄທ ແລະ ເປັນຄູ່ແຂ່ງທີ່ມີທຸກຢ່າງຄ້າຍຄິງກັບລາວຫຼາຍທີ່ສຸດ ໂດຍສະເພາະ ພາກອີສານຂອງໄທ ບໍ່ວ່າຈະເປັນ ອາຫານ ວັດທະນະທຳ ສະພາບພູມມິອາກາດ ພາສາ. 2. ເງິນໃນກະເປ໋າລູກຄ້າມີຈຳກັດ ດັງນັ້ນລູກຄ້າຕ້ອງເລືອກ ການບໍລິການທີ່ຄຸ້ມຄ່າເງິນໃນກະເປ໋າໃຫ້ຫຼາຍທີ່ສຸດ. 3. ຄ່າໃຊ້ຈ່າຍໃນລາວຍັງແພງກວ່າຄ່າໃຊ້ຈ່າຍໃນໄທ ໂດຍສະເພາະ ຄ່າເດີນທາງ ບໍ່ວ່າຈະເປັນຄ່າເຊົ່າລົດຕູ້ (ຢູ່ໄທ ມື້ລະ 1,800 -2,500 ບາດ ບໍ່ລວມຄ່ານ້ຳມັນ) ແຕ່ຢູ່ລາວແມ່ນ 3,000 ບາດຂຶ້ນໄປ ລວມນ້ຳມັນ (ແຕ່ບໍ່ໄກ ໃນລາຄານີ້) ນອກຈາກນັ້ນຄ່າບໍລິການອື່ນໆ ທີ່ມີລາຄາສູງກວ່າ ເພາະພາວະເງິນເຟີ້ ແລະສິນຄ້າສ່ວນຫຼາຍແມ່ນນຳເຂົ້າຈາກປະເທດໄທ. 4. ສິ່ງອຳນວຍຄວາມສະດວກຍັງບໍ່ຫຼາຍເທົ່າຢູ່ໄທ. ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ ຜູ້ຂຽນຈະຂໍສະເໜີແນະກົນລະຍຸດດັ່ງຕໍ່ໄປນີ້. ກົນລະຍຸດການທ່ອງທ່ຽວລາວ ທີ່ຈະດຶງດູດລູກຄ້າໃຫ້ມາທ່ອງທ່ຽວລາວໄດ້ເພີ່ມຂຶ້ນ: 1. ສ້າງຄວາມແຕກຕ່າງທີ່ໄທຂາດ ແຕ່ລາວມີ ຄື ວັດທະນະທຳ ທີ່ລາວຍັງຄົງມີຄວາມເປັນດັ້ງເດີມໄດ້ຫຼາຍກວ່າ (ເດັກນ້ອຍລຸ້ນໃໝ່ ຕ້ອງຫັນມາຊ່ວຍກັນອະນຸລັກວັດທະນະທຳທີ່ດີໃຫ້ຄົງໄວ້ ເຊັ່ນ: […]

ອາຊີບເສີມ ແຕ່ສາມາດສ້າງເງິນເປັນລາຍໄດ້ຫຼັກ

ເນື່ອງຈາກວ່າສະພາບເສດຖະກິດໃນຕົວເມືອງ ການເຮັດວຽກເພື່ອເອົາເງິນເດືອນພຽງຢ່າງດຽວ ບໍ່ພຽງພໍກັບຄ່າໃຊ້ຈ່າຍ ໃນຍຸກປະຈະບັນແລ້ວ ພະນັກງານຫ້ອງການ, ນັກສຶກສາ ທີ່ບໍ່ມີເວລາຫຼາຍ ຈຶ່ງໄດ້ຊອກຫາໂອກາດທີ່ຈະໃຊ້ເວລາຫວ່າງ ທີ່ນອກເໜືອຈາກອາຊີບທີ່ເຮັດປະຈໍາ ອາຊີບເສີມທີ່ສ້າງລາຍຮັບຂຶ້ນມາອີກ ເຮົາມາເບິ່ງກັນວ່າມີອາຊີບໃດແດ່ທີ່ສາມາດສ້າງເງິນໃນບ້ານຂອງເຮົາໄດ້

ເປັນຫຍັງຕ້ອງຂຽນແຜນທຸລະກິດ

ໃນການດໍາເນີນຸລະກິດທຸກວັນນີ້ ມີການປ່ຽນແປງຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງຂອງການແຂ່ງຂັນສູງຂຶ້ນ, ເທັກໂນໂລຢີການຜະລິດໃໝ່ດີຂຶ້ນ, ນະໂຍບາຍຂອງລັດຖະບານທີ່ມີຜົນກະທົບຕໍ່ທຸລະກິດ, ນະໂຍບາຍການຮ່ວມມືລະຫວ່າງປະເທດ, ລາຄາວັດຖຸດິບສູງຂຶ້ນ,

ກະແສເງິນສົດນັ້ນສໍາຄັນແນວໃດ ?

ດັ່ງຄໍາເວົ້າທີ່ວ່າ ເງິນສົດກໍ່ປຽບສະເໝືອນດັ່ງເລືອດໃນທຸລະກິດ ດັ່ງນັ້ນແລ້ວເງິນສົດຈຶ່ງເປັນສິ່ງທີ່ສໍາຄັນທີ່ທຸລະກິດຈະຕ້ອງດູແລ ເພາະຖ້າຫາກກິດຈະການມີສະພາບຄອ່ງທາງການເງິນ ສຸຂະພາບຂອງທຸລະກິດກໍ່ຈະດີ ຍ້ອນເຫດນີ້ ການຄ້າຂາຍທີ່ຮັບເງິນສົດຍ່ອມໄດ້ຮັບຜົນຕອບແທນທີ່ໜ້ອຍ

ໂອກາດ ແລະຄວາມສ່ຽງ ເມື່ອລາວກ້າວເຂົ້າສູ່ AEC

ປະຊາຄົມເສດຖະກິດອາຊ່ຽນ ຫຼື AEC ເລິ່ມເປີດເມື່ອປີ 2016 ຊ່ວງກ່ອນການເປີດ AEC ຫຼາຍປະເທດໃນອາຊ່ຽນໃຫ້ຄວາມສົນໃຈ ແລະ ເລິ່ມຕົ້ນໃນການໃຫ້ຄວາມຮູ້ ແລະ ມີຄວາມກະຕືລືລົ້ນ ໃນການໃຫ້ຂໍ້ມູນຂ່າວສານແກ່ປະຊາຊົນ ແລະ ເຍົາວະຊົນໃນປະເທດຂອງຕົນເອງ ຖືວ່າເປັນສັນຍານທີ່ດີ

ໂອກາດ SME ລາວໃນໄທ

ປະເທດໄທຖືວ່າເປັນປະເທດເພຶ່ອນບ້ານທີ່ມີຄວາມຜູກພັນກັນມານານ ເນື່ອງຈາກວ່າເປັນປະເທດທີ່ມີຊາຍແດນຕິດກັນເປັນໄລຍະຍາວ, ມີພາສາ ແລະ ວັດທະນະທໍາທີ່ຄ້າຍຄືກັນ, ສາມາດສື່ສານກັນໄດ້ໂດຍບໍ່ມີການໃຊ້ລ່າມແປພາສາ ປະເທດໄທມີປະຊາກອນເປັນຈໍານວນຫຼາຍເຖິງ 67 ລ້ານຄົນ

ສິ່ງທີ່ນັກລົງທຶນຄວນຮູ້ ກ່ອນການຕັດສິນໃຈລົງທຶນໃນລາວ

ກ່ອນຈະຕັດສິນໃຈລົງທຶນເຮັດທຸລະກິດໃດໆກໍຕາມ ຂໍ້ມູນພື້ນຖານທາງດ້ານເສດຖະກິດ, ການຄ້າ, ລະບົບການປົກຄອງ, ກົດໝາຍການລົງທຶນ, ວັດທະນະທໍາ ແລະ ພຶດຕິກໍາຂອງຜູ້ບໍລິໂພກ ເປັນສິ່ງທີ່ນັກລົງທຶນຕ່າງຊາດຄວນສຶກສາກ່ອນການເຂົ້າໄປລົງທຶນໃນປະເທດນັ້ນໆ ວັນນີ້ຜູ້ຂຽນຈະມາແນະນໍາກ່ຽວກັບປະເທດ

ເມື່ອອາຊ່ຽນກ້າວເຂົ້າສູ່ຍຸກດີຈີຕອລ 4.0 ຜູ້ປະກອບການ SME ລາວຕ້ອງກຽມແນວໃດ ໃຫ້ສາມາດແຂ່ງຂັນໄດ້

ຍຸກດີຈີຕອລ 4.0 ຄືຍຸກທີ່ອຸດສະຫະກໍາານຜະລິດ, ການຄ້າ, ລະບົບການຂົນສົ່ງເຊື່ອມໂຍງລະຫວ່າງກັນຜ່ານທາງອິນເຕີເນັດທັງໝົດ ທີ່ເຮົາຮູ້ຈັກກັນໃນນາມ IoT (Internet of Tings) ຫຼື ໂລກທີ່ເລິ່ມຕົ້ນດ້ວຍຄໍາວ່າ Smart ເຊັ່ນ: Smart Phone, Smart Home, Smart Watch, Smart Factory

ສິ່ງທີ່ຈະໄດ້ຮຽນຮູ້ ແລະ ຝຶກປະຕິບັດ

ເຄັດລັບການເກັ່ງການໃຊ້ງານ Excel 2017-2018 ການຈັດການຂໍ້ມູນ ແລະ ຮູບແບບຕາມເງື່ອນໄຂ (Conditional Formatting) ການລຽງລໍາດັບຕາມສີພື້ນຂອງເຊວ / ການກອງຂໍ້ມູນຈາກສີ, Icon set ການກອງຂໍ້ມູນແບບຂໍ້ຄວາມ (text Filter), ຕົວເລກ ( Number Filter), ວັນທີ (Date

7 ສິ່ງທີ່ Startup “ຄວນຈະມີ” ກ່ອນ raise fund ຈາກ VC

(ຍາກລະດົມທຶນກັບ VC ຕ້ອງເຮັດແນວໃດ ? ນີ້ຄື 7 ສິ່ງທີ່ເຈົ້າຄວນຈະຕ້ອງມີໃຫ້ໄວທີ່ສຸດ) ນີ້ເປັນສິ່ງໜຶ່ງທີ່ຫຼາຍໆຄົນມັກຖາມ ແລະ ເປັນເລື່ອງທີ່ຂ້າພະເຈົ້າສອນໃນ  Disrupt Startx ຕັ້ງແຕ່ຊົ່ວໂມງທໍາອິດຂອງ Class ເລີຍຢາກນໍາມາແບ່ງປັນໃຫ້ໝູ່ເພື່ອນຮັບຮູ້ນໍາ