ກ່ຽວກັບພວກເຮົາ

 

Laos SME Development Center ຫຼື ສູນພັດທະນາຜູ້ປະກອບການ ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ແຫ່ງ ສປປ ລາວ ເປັນໜ່ວຍງານທີ່ຈັດຕັ້ງຂຶ້ນໂດຍມີວັດຖຸປະສົງດັ່ງຕໍ່ໄປນີ້:

 

1. ເປັນສະຖາບັນດ້ານການຝຶກອົບຮົມ, ດ້ານການພັດທະນາຜະລິດຕະພັນ ແລະ ການຝຶກອົບຮົມທາງດ້ານວິຊາຊີບ ໄລຍະສັ້ນໃນສາຂາຕ່າງໆ ເພື່ອໃຊ້ຜູ້ປະກອບການສາມາດນໍາໄປປະກອບເປັນອາຊີບ ແລະ ນໍາໄປສູ່ການເລີ່ມຕົ້ນເປັນທຸລະກິດໄດ້
2. ສົ່ງເສີມທຸລະກິດຈະໜາດນ້ອຍ ຈົນເຖິງຂະໜາດກາງ ໂດຍການເຮັດການວິໄຈ, ການສອນ, ເທັກໂນໂລຢີ ແລະ ນະວັດຕະກໍາໃໝ່ໆ ລວມເຖິງການເຂົ້າເຖິງແຫຼ່ງເງິນທຶນ ໃຫ້ແກ່ຜູ້ປະກອບການ
3. ເປັນສະຖາບັນພັດທະນາບຸກຄະລາກອນ ໃຫ້ກັບຜູ້ປະກອບການ
4. ເປັນສະຖາບັນການຈັດຝຶກອົບຮົມ ແລະ ສົ່ງເສີມທາງດ້ານການຕະຫຼາດ ແລະ ການຂາຍ ໃຫ້ແກ່ຜູ້ປະກອບການ ໂດຍການໃຊ້ສື່ຕ່າງໆ ທາງອອນລາຍ ແລະ ອອບລາຍ
5. ເປັນທີ່ປຶກສາທາງດ້ານການວາງແຜນທຸລະກິດ, ການເງິນ, ການບັນຊີ ແລະ ກົດໝາຍ ໃຫ້ກັບຜູ້ປະກອບການ
6. ໃຫ້ບໍລິການໃຫ້ຄໍາປຶກສາ ແລະ ຝຶກອົບຮົມ ເພື່ອສ້າງມາດຕະຖານສາກົນ (ISO9001,ISO14001,ISO22000,Code GMP,HACCP,OHSAS18000)