ໂອກາດ ແລະຄວາມສ່ຽງ ເມື່ອລາວກ້າວເຂົ້າສູ່ AEC

ປະຊາຄົມເສດຖະກິດອາຊ່ຽນ ຫຼື AEC ເລິ່ມເປີດເມື່ອປີ 2016 ຊ່ວງກ່ອນການເປີດ AEC ຫຼາຍປະເທດໃນອາຊ່ຽນໃຫ້ຄວາມສົນໃຈ ແລະ ເລິ່ມຕົ້ນໃນການໃຫ້ຄວາມຮູ້ ແລະ ມີຄວາມກະຕືລືລົ້ນ ໃນການໃຫ້ຂໍ້ມູນຂ່າວສານແກ່ປະຊາຊົນ ແລະ ເຍົາວະຊົນໃນປະເທດຂອງຕົນເອງ ຖືວ່າເປັນສັນຍານທີ່ດີ ທີ່ 10 ປະເທດໃນພູມມິພາກອາຊ່ຽນຮ່ວມມືກັນທາງເສດຖະກິດ ແລະ ພັດທະນາການຄ້າ, ການລົງທຶນ, ການຕະຫຼາດ ຢ່າງມຸ່ງໝັ້ນ ໂດຍປະຊາຄົມເສດຖະກິດອາຊ່ຽນຖືເປັນຕະຫຼາດໃຫ່ຍແຫ່ງໜຶ່ງໃນໂລກ ທີ່ມີຈໍານວນປະຊາກອນລວມກັນເຖິງ 560 ລ້ານຄົນ

ເຖິງຢ່າງໃດກໍຕາມ ຫຼັງຈາກການເປີດປະຕູສູ່ AEC ເຮັດໃຫ້ຫຼາຍຄົນເກີດຄໍາຖາມວ່າ ເຮົາກ້າວເຂົ້າສູ່ AEC ແລ້ວແມ່ນບໍ່?, ແຕ່ເປັນຫຍັງເຮົາບໍ່ຮູ້ສຶກຫຍັງເລີຍ?, ບໍ່ເຫັນມີການປ່ຽນແປງຫຍັງເລີຍ?, ຊີວິດປະຈໍາວັນກໍຍັງເໝືອນເດີມ, ການເຮັດວຽກກໍເມືອນເດີມ, ຄ່າໃຊ້ຈ່າຍຕ່າງງໆກໍ່ຍັງເໝືອນເດີມ ບໍ່ຄືກັນກັບກ່ອນການເປີກປະຕູທີ່ສໍານັກຂ່າວສື່ມວນຊົນ, ນັກວິຊາການ ຕ່າງເລັງໃຫ້ຄວາມຮູ້ ແລະ ສ້າງກະແສຕື່ນຕົວ ໃນການເຂົ້າສູ່ປະຕູອາຊ່ຽນ ຈົນມີຫຼາຍເທື່ອລືມໄປວ່າ ເຮົາເປັນຄົນອາຊ່ຽນໄປແລ້ວບໍ?

ບົດຄວາມນີ້ຜູ້ຂຽນຢາກຈະສື່ເຖິງ “ການກຽມຕົວໃຫ້ພ້ອມເພື່ອຮັບມືກັບການປ່ຽນແປງ” ເພື່ອສ້າງໂອກາດ ແລະ ຫຼຸດຄວາມສ່ຽງໃຫ້ຫຼາຍທີ່ສຸດ ເມື່ອເວລາທີ່ການປ່ຽນແປງທີ່ຊັດເຈນມາຮອດ ເພື່ອໃຫ້ໝັ້ນໃຈໃນການກ້າວໄປສູ່ອານາຄົດ

ໃຜຈະຄິດວ່າ ບໍລິສັດຍັກໃຫ່ຍ ດັ່ງບໍລິສັດ ໂກສັກ ທີ່ກໍ່ຕັ້ງມານານເຖິງ 131 ປີ ຈະເຖິງຈຸດອາວະສານ, ພະນັກງານ 145,300 ຄົນທົ່ວໂລກຕ້ອງບໍ່ມີວຍກເຮັດ ເມື່ອໂລກກ້າວເຂົ້າສູ່ຍຸກດີຈີຕອລ ເມື່ອກ້ອງຖ່າຍຮູບພັດທະນາໄປເປັນລະບົບດີຈີຕອລ ອານາຄົດເຮົາຈະຕົກງານ ເມື່ອໂຮງງານໃຊ້ເຄື່ອງຈັກ ແລະ ຄອມພິວເຕີ ແທນຄົນ ຫຼືແທນການຈ້າງພະນັກງານປະຈໍາ ບໍລິສັດຫັນໄປໃຊ້ out sourec ຈາກຂ້າງນອກມາແທນ ເພື່ອເປັນການຫຼຸດຕົ້ນທຶນ

ເຮົາມາເບິ່ງກັນວ່າ ເມື່ອລາວກ້າວເຂົ້າສູ່ AEC ໂອກາດ ແລະ ຄວາມສ່ຽງທີ່ລາວຈະໄດ້ຮັບມືມີຫຍັງແດ່

ສິງທໍາອິດຄື: ທຸກປະເທດໃນອາຊ່ຽນຕ້ອງເປີດເສລີໃນການເຄື່ອນຍ້າຍ ສິນຄ້າ, ການບໍລິການ, ເງິນທຶນ ແລະ ແຮງງານທີ່ມີສີມື ຢ່າງເສລີ ສິ່ງນີ້ເຮັດໃຫ້ເກີດການຫຼັ່ງໄຫຼຂອງເງິນທຶນ, ເທັກໂນໂລຢີ ແລະ ແຮງງານທີ່ມີຄຸນນະພາບຈະມາສູ່ປະເທດລາວ ຖືວ່າເປັນໂອກາດທີ່ລະບົບເສດຖະກິດຈະມີເງິນທຶນໝູນວຽນ, ປະເທດມີລາຍຮັບເພິ່ມຂຶ້ນ, ລະບົບໂຄງຮ່າງພຶ້ນຖານ ເຊັ່ນ: ໄຟຟ້າ, ນໍ້າປະປາ, ຖະນົນຫົນທາງ, ໂຮງຮຽນ, ໂຮງໝໍ ແລະ ອຶ່ນໆ ຈະພັດທະນາພ້ອມດ້ວຍເທັກໂນໂລຢີທີ່ທັນສະໄໝ ຈະມາຊ່ວຍອໍານວຍຄວາມສະດວກ ແລະເພິ່ມຄວາມສຸກສະບາຍໃຫ້ແກ່ປະຊາຊົນຫຼາຍຂຶ້ນ ແຕ່ເຖິງຢ່າງໃດກໍຕາມມັນມີຄວາມສ່ຽງ ເມື່ອມີການພັດທະນາເຂົ້າມາ, ການໃຊ້ຊັບພະຍາກອນທໍາມະຊາດຈະສູງຂຶ້ນ ທັງປ່າໄມ້, ນໍ້າ, ອາກາດ ແລະ ການໃຊ້ສານເຄມີ ແລະ ມີຄຸນນະພາບຈາກຕ່າງຊາດເຂົ້າມາໃນລາວເພິ່ມຂຶ້ນ ຍ່ອມສົ່ງຜົນກະທົບຕໍ່ແຮງງານລາວທີ່ເປັນຄົນໃໃນພຶ້ນທີ່ ທີ່ຂາດສີມືແຮງງານ, ຂາດທັກສະ, ຂາດຄວາມຮູ້ ແລະ ຄວາມສາມາດ ຈະກາຍເປັນຄົນດ້ອຍໂອກາດໃນການເຂົ້າສູ່ແຮງງານ ເຮັດໃຫ້ກາຍເປັນຄົນຫວ່າງງານ ແລະ ເກີດຄວາມເລືື່ອມລໍ້າທາງສັງຄົມ ຈົນກາຍເປັນພາລະ ແລະ ບັນຫາຂອງສັງຄົມຕາມມາ ຕໍ່ມາການພັດທະນາ ແລະ ການເຕີບໂຕທາງເສດຖະກິດ ຍ່ອມສົ່ງຜົນໃຫ້ມີການຫຼັ່ງໄຫຼຂອງປະຊາກອນຈາກຕ່າງຊາດເຊັ່ນ: ຊາວຈີນ, ຊາວຫວຽດນາມ, ໄທ ເຂົ້າສູ່ປະເທດລາວຫຼາຍຂຶ້ນ ເຖິງຈະເປັນໂອກາດທີ່ຕະຫຼາດໃນລາວຈະກ້ວາງຂຶ້ນ, ຖານປະຊາກອນເພິ່ມຂຶ້ນ ແຕ່ກໍເປັນຄວາມສ່ຽງທີ່ປະຊາກອນຄົນລາວມີຈໍານວນໜ້ອຍ ຈົນບໍ່ສາມາດຕໍ່ລອງອໍານາດການຄ້າຂາຍກັບນາຍທຶນ ທີ່ມາຈາກຕ່າງຊາດໄດ້ ແລະ ຈາກການທີ່ມີຫຼາຍສັນຊາດມາຢູ່ຮ່ວມກັນ ຍ່ອມສົ່ງຜົນກະທົບທາງລົບຕໍ່ວັດທະນະທໍາອັນດີງາມຂອງຊາດ, ວິຖີການດໍາເນີນຊີວິດແບບເດີມໆຂອງຄົນລາວທີ່ຮັກຄວາມສະຫງົບ ແລະ ເຄີຍຊິນກັບຊີວິດການກະເສດແບບທໍາມະຊາດ

ໂອກາດຕໍ່ມາຈາກການເປີກປະຕູສູ່ອາຊ່ຽນຄື: ຂໍ້ຈໍາກັດໃນການເດີນທາງລະຫວ່າງປະເທດອາຊ່ຽນດ້ວຍກັນຈະຫຼຸດລົງ ສົ່ງຜົນດີຕໍ່ການທ່ອງທ່ຽວໃນລາວ ໂອກາດດ້ານທຸລະກິດການທ່ອງທ່ຽວ ຈະເຕີບໂຕຫຼາຍຂຶ້ນ ນໍາລາຍໄດ້ເຂົ້າສູ່ປະເທດລາວຫຼາຍຂຶ້ນ, ຄົນລາວມີໂອກາດຫຼາຍຂຶ້ນໃນການເຮັດວຽກກັບບໍລິສັດຕ່າງຊາດ ແລະ ມີໂອກາດໄປເຮັດວຽກຕ່າງປະເທດເພິ່ມຂຶ້ນ ແຕ່ຕ້ອງເປັນຄົນລາວທີ່ມີຄວາມຮູ້ ແລະ ຄວາມສາມາດ ເຊິ່ງເປັນສິ່ງສໍາຄັນທີ່ພາກລັດຕ້ອງເລ່ັງສ້າງຄຸນນະພາບທາງການສຶກສາ, ການພັດທະນາຄົນ ເພື່ອໃຫ້ມີຄວາມພ້ອມ ແລະ ຮອງຮັບກັບການພັດທະນາ ແລະ ເຂົ້າສູ່ອາຊ່ຽນ

ສໍາລັບຜູ້ສົ່ງອອກຖືວ່າເປັນໂອກາດສູງ ເພາະເມືອກ້າວເຂົ້າສູ່ AEC ຈະເຮັດໃຫ້ອາຊ່ຽນກາຍເປັນຖານການຜະລິດ ແລະ ຖານການຕະຫຼາດຮ່ວມກັນ ທີ່ມີຈໍານວນປະຊາກອນຈໍານວນຫຼາຍເຊິງຈະສົ່ງຜົນຕໍ່ການສົ່ງອອກຂອງລາວທີ່ຈະໄດ້ມີທາງອອກທາງທະເລ ຜ່ານທາງປະເທດໄທ ໂດຍບໍ່ມີການກີີີດກັນທາງການຄ້າ ແລະການສົ່ງອອກໃນກຸ່ມປະເທດອາຊ່ຽນດ້ວຍກັນ

ສິ່ງທີ່ເຮົາຕ້ອງປັບຕົວໄດ້ແກ່: ການກຽມຄວາມພ້ອມດ້ານວິຊາຊີບ, ຄວາມຮູ້, ຄວາມສາມາດ, ທັກສະການໃຊ້ເທັກໂນໂລຢີ, ການສື່ສານພາສາອັງກິດ ເພາະພາສາອັງກິດເປັນພາສາກາງໃນກຸ່ມອາຊ່ຽນ ຫຼື ພາສາປະເທດເພື່ອນບ້ານຢ່າງໜ້ອຍ 1 ພາສາ ເຊັ່ນ: ພາສາຈີນ, ພາສາຫວຽດນາມ ເປັນຕົ້ນ ລວມທັງຮຽນຮູ້ສະພາບສັງຄົມ ແລະ ວັດທະນະທໍາຕ່າງຊາດ ເພື່ອເພິ່ມໂອກາດ ແລະຄວາມກ້າວໜ້າໃນອານາຄົດ ຖ້າຫາກເຮົາມີຄວາມພ້ອມໃນການເປັນສ່ວນໜຶ່ງຂອງ AEC ເຮົາຈະສາມາດເຂົ້າສູ່ການແຂ່ງຂັນຕະລາດແຮງງານລະດັບອາຊ່ຽນໄດ້ ເຮົາຈະມີໂອກາດທີ່ດີກວ່າ ແລະ ມີຄວາມກ້າວນ້າກ່ວາເດີມ ແຕ່ໃນທາງກົງກັນຂ້າມສໍາລັບຜູ້ທີ່ບໍ່ໄດ້ກຽມຄວາມພ້ອມ ອາດຈະກາຍເປັນຄົນຫວ່າງງານ ຫຼື ດ້ອຍໂອກາດ ເພາະຂາດຄວາມຮູ້, ຄວາມສາມາດ, ທັກສະບາງຢ່າງທີ່ຈໍາເປັນ

ສໍາລັບອົງກອນທາງທຸລະກິດຈໍາເປັນຕ້ອງຮີບປັບຕົວໃຫ້ເທົ່າທຽມ ແລະ ເທົ່າທັນກັບເທັກໂນໂລຢີ ຢ່າມົວແຕ່ພາກພູມໃຈໃນຄວາມສໍາເລັດເກົ່າໆ, ຄວາມເຄີຍຊິນແບບເດີມໆໃນອະດີດ ຈົນເລືມເບິ່ງຄູ່ແຂ່ງ ແລະ ຂາດການພັດທະນາໃໝ່ໆໃນໂລກປະຈຸບັນ ແລະ “ອານາຄົດ” ບໍ່ມີພຶ້ນຖານສໍາລັບຜູ້ທີ່ຢຸດນິ້ງ ແລະ ສາມາດຍອມຮັບກັບສະພາບການປ່ຽນແປງໄດ້ ມັນເປັນໂລກຂອງອົງກອນ ທີ່ສາມາດຄິດໃໝ່, ຄິດໄກ ແລະ ຄິດກ່ອນ ຢ່າເປັນແບບດຽວກັນກັບໄດໂນເສົາ ສາເຫດຂອງການສູນພັນເພາະບໍ່ສາມາດປັບຕົວໃຫ້ເຂົ້າກັບສະພາບຂອງການປ່ຽນແປງໃໝ່ໆ ຂອງໂລກໄດ້

บทความใกล้เคียง:

Leave a comment