7 ສິ່ງທີ່ Startup “ຄວນຈະມີ” ກ່ອນ raise fund ຈາກ VC

(ຍາກລະດົມທຶນກັບ VC ຕ້ອງເຮັດແນວໃດ ? ນີ້ຄື 7 ສິ່ງທີ່ເຈົ້າຄວນຈະຕ້ອງມີໃຫ້ໄວທີ່ສຸດ)

ນີ້ເປັນສິ່ງໜຶ່ງທີ່ຫຼາຍໆຄົນມັກຖາມ ແລະ ເປັນເລື່ອງທີ່ຂ້າພະເຈົ້າສອນໃນ  Disrupt Startx ຕັ້ງແຕ່ຊົ່ວໂມງທໍາອິດຂອງ Class ເລີຍຢາກນໍາມາແບ່ງປັນໃຫ້ໝູ່ເພື່ອນຮັບຮູ້ນໍາ

  1. Total Addressable Market ທີ່ໃຫ່ຍ

ຖ້າເປັນໄປໄດ້ຄວນໃຫ່ຍກວ່າ 1 ພັນລ້ານຫຼຽນ ແລະ ມີຕະຫຼາດຫົວຫາດ (early adopter) ທີ່  Startup ສາເຂົ້າໄປຍຶດຄອງ ແລະ ຕໍ່ຍອດໄດ້ ໂດຍໃຊ້ແນການຕະຫຼາດທີ່ຊັດເຈນ ແລະ ໄດ້ຜົນເພາະ VC ຕ້ອງການລົງທຶນໃນ Startup ທີ່ເຕີບໂຕແບບກ້າວກະໂດດ ແລະ ສ້າງຜົນຕອບແທນຢ່າງຕໍໍ່າ 10 ເທົ່າຂຶ້ນໄປ Startup ຈຶ່ງຕ້ອງສາມາດລະບຸຕະຫຼາດທີ່ດີທີ່ສຸດ ແລະ ແຍກອອກມາໃຫ້ຊັດເຈນວ່າ Total Addressable Market ນັ້ນມີຂະໜາດເທົ່າໃດຂອງ Total Market ລັກສະນະການຕະຫຼາດ ແລະ ການເຕີບໂຕເປັນແນວໃດ ? ແລະ ແມ່ນຫຍັງເປັນ Key driver ຂອງຕະລາດນັ້ນໆ

  1. Team

ນອກຈາກການເປັນ 10x CEO ເໝືອນບົດຄວາມທີ່ຂ້າພະເຈົ້າເຄີຍ Post ໄປກອ່ນໜ້ານີ້ແລ້ວນັ້ນ ສິ່ງທີ່ Startup founders ຕ້ອງຖາມຕົນເອງສະເໝີຄື team ທີ່ຈະເປັນຜູ້ສະນະໃນຕະລາດນີ້ຕ້ອງມີໜ້າຕາເປັນແນວໃດ, ມີຄຸນສົມບັດ ແລະ ມີຄວາມສາມາດແນວໃດແດ່, ຕອນນີ້ທິມເຈົ້າຍັງຂາດບຸກຄະລາກອນແບບໃດ ທີ່ຈະມາຊ່ວຍເຕີມເຕັມໃຫ້ທີມເຮົາເປັນທີີມທີ່ດີທີ່ສຸດ ທີ່ຈະສາມາດແກ້ໄຂບັນຫານັ້ນໆໃນຕະລາດແບບເນືອນກວ່າຄູ່ແຂ່ງ ແລະ Founder – Marketing Fit ອາດຈະສໍາຄັນກວ່າ Product – Marketing Fit ນອກຈາກຄວາມສາມາດຂອງທີມແລ້ວ VC ຍັງເບິ່ງໄປເຖິງ Team Bonding, Team – Origin Story, Shared Vision, Extreme Motivation and Passion ແລະ Execution Ability ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ Startup ຕ້ອງຖາມສະເໝີວ່າທິມເຮົາເໜືອກວ່າທິມອື່ນໆຫຼາຍເທົ່າໃດ ແລະ ເປັນ “Clear Winer” ຫຼືບໍ່? ເຮົາສາາດສ້າງ Culture ທີ່ດືງດູດ top talents ທີ່ດີທີ່ສຸດມາໄດ້ຫຼືບໍ? ຂັ້ນຕອນທີ່ຍາກທີ່ສຸດຂອງ Startup ນັ້ນບໍ່ແມ່ນ ຂັ້ນຕອນຂອງການຫາເງິນທຶນ ຫຼື ລູກຄ້າ ແຕ່ຄືຂັ້ນຕອນຂອງ talents 11 ແລະ ເຈົ້າຕ້ອງຊະນະຂັ້ນຕອນນີ້ໃຫ້ໄດ້

  1. Timing

ໃນຂະນະທີ່ 2 ຂໍ້ທໍາອິດເບິ່ງຂ້ອນຂ້າງ Obvious ແຕ່ເລື່ອງຂອງ Timing ກັບສໍາຄັນເທົ່າໆກັນ ເພາະຈາກປະສົບການທີ່ຂ້າພະເຈົ້າລົງທຶນໄປ 1700 ບໍລິສັດທົົ່ວໂລກນັ້ນ ສ່ວນຫຼາຍແລ້ວ timing beats  team ເກືອບທຸກເທື່ອ ຄື: ເຖິງວ່າທີມຈະມີຄວາມເຂັມແຂງປານໃດກໍ່ຕາມ ແຕ່ຖ້າເຂົ້າຕະຫຼາດໄປໄວຫຼາຍ ໂດຍທີ່ຕະຫຼາດຍັງບໍ່ເປີດ ຫຼື ອົງປະກອບຂອງຕະຫຼາດຍັງບໍ່ພ້ອມ ຫຼື ການເຂົ້າຕະຫຼາດຊ້າໄປ ເຖິງວ່າທີມຈະມີຄວາມເຂັ້ມແຂງປານໃດກໍ່ຕາມ ກໍ່ຢາກທີ່ຈະສາາດເອົາຊະນະໄດ້ ເພາະການປ່ຽນແປງພຶດຕິກໍາຜູ້ບໍລິໂພກ ຫຼື ການສ້າງອົງປະກອບອື່ນໆຂຶ້ນມາ ເຊັ່ນ: ກໍລະນີ E-commerce ກໍ່ຕ້ອງຜັກດັນ / ສ້າງ Payment Ecosystem, Logistics  ແລະ ອື່ນໆອີກຫຼາຍຢ່າງ ຈົນຜູ້ຫຼິ້ນ E-Commerce ລາຍໃຫ່ຍຫຼາຍລາຍໃນ SEA ຍອມຮັບກັນວ່າເຂົ້າຕະຫຼາດໄວໄປ 2 ປີ ແລະ ອີກ 2-3 ປີ ຈຶ່ງຈະເລິ່ມມີກໍາໄລ

ດັ່ງນັ້ນ Startup ຕ້ອງສາມາດຕອບໄດ້ວ່າ ເປັນຫຍັງຈຶ່ງຕ້ອງເປັຮນຕອນນີ້ (Why Now ?), ແລະ ແມ່ນຫຍັງຄືປັດໄຈທີ່ເຮັດໃຫ້ຕະຫຼາດມີຄວາມພ້ອມສໍາລັບ product / technology ຂອງເຈົ້າແຕ່ແນ່ນອນວ່າກໍ່ມີ founder ຫຼາຍຄົນ ທີ່ມີ reality distortion field ທີ່ສາມາດປ່ຽນແປງຄວາມເປັນຈິງໄດ້ ແຕ່ຈາກປະສົບການຂອງຂ້າພະເຈົ້ານັ້ນ founder ແບບນີ້ແມ່ນມີໜ້ອຍ

  1. Tech / product

ເຈົ້າຄວນມີ product ທີ່ສາມາດຕອບໂຈດລູກຄ້າໄດ້ຈົນ 40-50% ຂອງລູກຄ້ານັ້ນ ເຖິງຂະໜາດຂອງ product ເຈົ້າຈະບໍ່ໄດ້ (product – Market Fit) ເພາະບໍ່ມີບ່ອນວ່າງໃນໂລກຂອງ Startup ສໍາລັບ product ທີ່ດີກວ່າຄົນອື່ນພຽງແຕ່ 20-30%

ນອກຈາກນີ້ເຈົ້າຄວນຈະມີ proprietary Technology ທີ່ຄູ່ແຂ່ງບໍ່ມີ ທີ່ເຮັດໃຫ້ product ຂອງເຈົ້າດີກວ່າຄູ່ແຂ່ງຫຼາຍເທົ່າ ແລະ product Design and Development process ທີ່ສາມາດອອກ feature ໃໝ່ໆໄດ້ຫຼາຍກວ່າຄູ່ແຂ່ງຫຼາຍເທົ່າ

  1. Traction

ປະຈຸບັນ professional VC ເກືອບທັງໝົດທີ່ຂ້າພະເຈ້າຮູ້ຈັກ ເກືອບວ່າຈະບໍ່ມີໃຜລົງທຶນໃນ idea stage ແລ້ວ ແຕ່ Startup ຕ້ອງມີ traction ຄື: ມີຖານລູກຄ້າ ແລະ ມີລາຍໄດ້ສົມຄວນແລ້ວ

  1. Torque / Momentum

Startup ຄວນມີ Torque / Momentum ທີ່ສະແດງອອກມາຢ່າງຊັດເຈນວ່າ ສາມາດຫາຈຸດ trigger point ແລະ ສູດການເຮັດທຸລະກິດ ກໍາລັງຈະເຖິງຈຸດຫັກສອກ ແລະ ກໍງລັງຕ້ອງການເງິນທຶນເພື່ອເລັ່ງການເຕີບໂຕໃໃນຂັ້ນຕອນນີ້

  1. Unfair Advantage

ການແຂ່ງຂັນໃນໂລກ Startup ນັ້ນດຸເດືອດຫຼາຍຖ້າເຈົ້າບໍ່ຕ້ອງການໃຫ້ການແຂ່ງຂັນກາຍເປັນ Money Game (ຜູ້ຊະນະຄືຜູ້ທີ່ມີເງິນຫຼາຍທີ່ສຸດ ໂດຍການໃຊ້ເງິນຊື້ລູກຄ້າ ແລະ Spoil ຕະຫຼາດ) ເຈົ້າຕ້ອງມີ Unfair Advantage ຄືຄວາມໄດ້ປຽບທາງການແຂ່ງຂັນທີ່ບໍ່ແຟກັບຄູ່ແຂ່ງເຊິ່ງ Unfair Advantage ນັ້ນມີຫຼາຍຢ່າງ ນັບຕັ້ງແຕ່ proprietary Data / insight / knowledge, existing loyal customer base, lockin-network effect ລວມທັງ brand ແລະ culture

ແນ່ນອນວ່າເຈົ້າບໍ່ຈໍາເປັນຕ້ອງມີຄົບທັງ 7 ຢ່າງ ແຕ່ອາດຈະເດັ່ນຫຼາຍໃນບາງຢ່າງກໍໄດ້ Startup ທີ່ຂ້າພະເຈົ້າລົງທຶນໃນຫຼາຍຕົວ ກໍ່ເດັ່ນຫຼາຍໃນບາງເລື່ອງ ເຊັ່ນ: team, tech, product ຫຼື timing / business model ທີ່ດີ ແຕ່ອາດຈະຍັງຂາດ Unfair Advantage / momentum ເຊິ່ງເຮົາກໍ bet on Startup ນັ້ນແລ້ວມາຊ່ວຍສິ່ງທີ່ເຫຼືອນໍາກັນ ແຕ່ຍິ່ງເຈົ້າມີປະສົບການຫຼາຍເທົ່າໃດ ເຈົ້າກໍ່ຍິ່ງຈະມີອໍານາດໃນການຕໍ່ລອງ ແລະ ສາມາດລະດົມທຶນໄດ້ງ່າຍຫຼາຍຂຶ້ນ

บทความใกล้เคียง:

Leave a comment