ສິ່ງທີ່ນັກລົງທຶນຄວນຮູ້ ກ່ອນການຕັດສິນໃຈລົງທຶນໃນລາວ

ກ່ອນຈະຕັດສິນໃຈລົງທຶນເຮັດທຸລະກິດໃດໆກໍຕາມ ຂໍ້ມູນພື້ນຖານທາງດ້ານເສດຖະກິດ, ການຄ້າ, ລະບົບການປົກຄອງ, ກົດໝາຍການລົງທຶນ, ວັດທະນະທໍາ ແລະ ພຶດຕິກໍາຂອງຜູ້ບໍລິໂພກ ເປັນສິ່ງທີ່ນັກລົງທຶນຕ່າງຊາດຄວນສຶກສາກ່ອນການເຂົ້າໄປລົງທຶນໃນປະເທດນັ້ນໆ ວັນນີ້ຜູ້ຂຽນຈະມາແນະນໍາກ່ຽວກັບປະເທດ ສາທາລະນະລັດ ປະຊາທິປະໄປ ປະຊາຊົນລາວ ເພື່ອເປັນການປູພື້ນຖານກ່ອນການໄປລົງທຶນວ່າ ນັກລົງທຶນຄວນຈະລົງທຶນໃນດ້ານໃດ ຈຶ່ງຈະສົ່ງຜົນໃຫ້ການດໍາເນີນທຸລະກິດປະສົບຜົນສໍາເລັດຕາມເປົ້າໝາຍ

ປະເທດລາວເປັນປະເທດທີ່ມີ GDP ຢູ່ອັນດັບທີ່ 133 ຂອງໂລກເຊິ່ງກໍານົດເກນໂດຍທະນາຄານໂລກ ໃນປີ 2016 ປະເທດລາວໄດ້ເຂົ້າເປັນສະມາຊິກອົງການຄ້າໂລກ (WTO) ໃນປີ 2013 ໂດຍໃນຊ່ວງ 20 ປີທີ່ຜ່ານມາ ນັັບຕັ້ງແຕ່ມີການປະຕິຮູບເສດຖະກິດ ປະເທດລາວມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ຶອງ ກວມເອົາ 6.2% ຕໍ່ປີ ນັບວ່າເປັນປະເທດທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດສູງ ປະເທດໜຶ່ງໃນໂລກ ໂດຍມີຜະລິດຕະພັນພາຍໃນ GDP : 12.5 ພັນລ້ານ ໃນປີ 2016

ລັດຖະບານໄດ້ຕັ້ງເປົ້າໝາຍ ເພື່ອໃຫ້ປະເທດລາວຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ເຂົ້າສູ່ປະເທດກໍາລັງພັດທະນາໃນປີ 2020

 

ປະເທດລາວໄດ້ເຂົ້າເປັນປະເທດສະມາຊິກອາຊ່ຽນໃນປີ 1997 ແລະ ມີໂອກາດເປັນເຈົ້າພາບໃນການຈັດກອງປະຊຸມອາຊ່ຽນເຖິງ 2 ຄັ້ງ ໃນປີ 2004 ແລະ ປີ 2016 ການພັດທະນາທີ່ໄວວາ ເຮັດໃຫ້ລັດຖະບານລາວໄດ້ໃຫ້ຄວາມສໍາຄັນ ແລະ ມຸ່ງໝັ້ນ ໃນການຄ້າຂາຍກັບປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບລາວ 5 ປະເທດ ໄດ້ແກ່: ຈີນ, ມຽນມາ, ໄທ, ກາປູເຈຍ ແລະ ຫວຽດນາມ

ຈີນຄືນັກລົງທຶນລາຍໃຫ່ຍທີ່ສຸດໃນ ສປປ ລາວ ນັບຕັ້ງແຕ່ປີ 1989 ຈົນເຖິງປະຈຸບັນ ທີ່ມີການລົງທຶນສູງເຖິງ 5000 ກ່ວາລ້ານໂດລາສະຫະລັດ ຕໍ່ມາແມ່ນ ປະເທດໄທ, ຫວຽດນາມ ໂດຍສະເພາະໂຄງການລົດໄຟ ລາວ-ຈີນ ທີ່ມີການກໍ່ສ້າງຈາກຄຸນໝິງເຖິງວຽງຈັນ ມີໄລຍະທາງເຖິງ 427 ກິໂລແມັດ ຈີນລົງທຶນສ້າງມູນຄ່າຫຼາຍກ່ວາ​​ 6000 ລ້ານໂດລາ ເຊິ່ງຖືວ່າເປັນໂຄງການໃຫ່ຍໃນການເສື່ອມຈີນເຂົ້າກັບປະເທດອາຊ່ຽນ

ເສດຖະກິດໃນລາວໄດ້ມີການເຕີບໂຕແບບກ້າວກະໂດດ ເນື່ອງຈາກວ່າເປັນປະເທດທີ່ຖືວ່າ ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ ບໍ່ວ່າຈະປັນພະລັງງານນໍ້າ, ບໍ່ແຮ່ (ຄໍາ, ທອງແດງ, ເຫຼັກ ແລະ ສັງກະສີ  ເປັນຕົ້ນ), ສິນຄ້າກະເສດ ແລະ ເຄື່ອງປ່າຂອງດົງ ທີ່ຖືວ່າເປັນສິນຄ້າສົ່ງອອກທີ່ສໍາຄັນຂອງປະເທດ ເຖິງຢ່າງໃດກໍ່ຕາມດ້ວຍຂໍ້ຈໍາກັດຂອງຊັບພະຍາກອນທໍາມະຊາດ ທີ່ມີຈໍານວນຈໍາກັດ ລັດຖະບານລາວຈຶ່ງພະຍາຍາມສົ່ງເສີມການສົ່ງອອກດ້ານສິນຄ້າການກະເສດ, ການທ່ອງທ່ຽວ ເພິ່ມຂຶ້ນ ທີ່ນອກເໜືອຈາກການສົ່ງອອກພະລັງງານໄຟຟ້າ ແລະ ອຸດສະຫະກໍາບໍ່ແຮ່ ເນື່ອງຈາກວ່າອຸປະສັກໃຫ່ຍທີ່ພົບເຫັນລາຍທີ່ສຸດ ໃນການລົງທຶນຄື: ການຂາດແຄນແຮງງານທີ່ມີສີມື, ທັກສະ ແລະ ລະດັບການສຶກສາຍັງຕໍ່າຢູ່

 

ສະຖິຕິການລົງທຶນໃນລາວ

FDIDDI By Sector (2015)

 

ຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນ ໃນປະເທດລາວ ປີ 2015 ພົບວ່າ ປະເທດທໍາອິດທີ່ມີການລົງທຶນສູງສຸດໃນລາວ ໄດ້ແກ່: ຫວຽດນາມ, ມາເລເຊຍ ແລະ ຈີນ ໂດຍສະເພາະແມ່ນການລົງທຶນເຮັດເຂື່ອນໄຟຟ້າ, ການກະເສດ ແລະການຂຸຄົ້ນບໍ່ແຮ່ ເຊິ່ງການລົງທຶນທັງໝົດມີມູນຄ່າເຖິງ 1.26 ພັັນລ້ານໂດລາ ເຊິ່ງການລົງທຶນໃນຂະແໜງການເຂື່ອນໄຟຟ້າພະລັງງານນໍ້າ ມີມູນຄ່າສູງເຖິງ 567.76 ລ້ານໂດລາ ກວມເອົາ 44.8%​, ຮອງລົງມາແມ່ນ ດ້ານການກະເສດ ມູນຄ່າການລົງທຶນ 466​ລ້ານໂດລາ ກວມເອົາ 36.76%, ຕໍ່ມາແມ່ນການຂຸດຄົ້ນບໍ່ແຮ່ ມູນຄ່າ 183.72 ລ້ານຫຼຽນ ກວມເອົາ 14.49% ສ່ວນການລົງທຶນໜ້ອຍກວ່າມູ່ແມ່ນ: ອຸດສະຫະກໍາເຄື່ອງນຸ່ງຫົມ 1.44 ລ້ານໂດລາ, ການບໍລິການ 11.59 ລ້ານໂດລາ, ໂຮງແຮມ ແລະ ພັດຕະຄານ550,000 ລ້ານໂດລາ

ໃນແຜນການພັດທະນາເສດຖະກິດສັງຄົມສະບັບເລກທີ 8(2016-2020) ລາວຍັງຫວັງທີ່ຈະເພິ່ມສ່ວນແບ່ງຂອງ GDP ຈາກພາກອຸດສະຫະກໍາເປັນ 32%, ການບໍລິການ 41%, ຫຼຸດພາກການກະເສດ ແລະ ການສົ່ງອອກເຄື່ອງປ່າຂອງດົງເຖິງ 19%​ ແຕ່ເນື່ອງຈາກຂໍ້ຈໍາກັດຂອງການລົງທຶນທີ່ມີຄົນລາວພຽງແຕ່ 2% ເທົ່ານັ້ນທີ່ເປັຮໍນນັກລົງທຶນ ດັ່ງນັ້ນລັດຖະບານຈຶ່ງຕ້ອງເລັ່ງພັດທະນາທາງດ້ານທຸລະກິດ SME ເຊິ່ງຖືວ່າເປັນສ່ວນທີ່ຄົນລາວສາມາດເປັນເຈົ້າຂອງທຸລະກິດເອງໄດ້ ແລະ ສາມາດຂະຫຍາຍທຸລະກິດ SME ອອກໄປສູ່ຕະຫຼາດສົ່ງອອກລາຍຂຶ້ນ

ຜົນຈາກການພັດທະນາເສດຖະກິດໃນປະເທດລາວ ແລະ ເພື່ອເປັນການສົ່ງເສີມການລົງທຶນຫຼາຍຂຶ້ນ ເຮັດໃຫ້ກົດໝາຍດ້ານການລົງທຶນໃນ ສປປ ລາວ ໄດ້ສົ່ງເສີມນັກລົງທຶນໂດຍການຈົດທະບຽນການຄ້າທີ່ເອີ້ນວ່າ ຈົດທະບຽນປະຕະດຽວ ທີ່ມີຄວາມຍືດຫຍຸ່ນ, ມີໄລຍະເວລາໃນການດໍາເນີນງານທີ່ໄວຂຶ້ນ ແລະ ນັກລົງທຶນສາມາດສໍາປະທານທີ່ດິນ ທີ່ເປັນຂອງລັດທະບານໃນລາຄາທີ່ຖືກກວ່າເຊົ່າທີ່ດິນຂອງພາກເອກະຊົນ ແລະ ຍັງສາມາດໃຊ້ຊື່ເຈົ້າຂອງເປັນຄົນຕ່າງຊາດໄດ້ 100% ໄດ້ແກ່: ທະນາຄານ, ໂທລະຄົມມະນາຄົມ, ຜະລິດຕະພັນຢາ ແລະ ເຄື່ອງມືທາງການແພດ, ອະສັງຫາລິມະຊັບ, ໂຮງແຮມ, ສະຖາບັນການສຶກສາ, ການທ່ອງທ່ຽວ, ຂາຍຍ່ອຍ, ຂາຍສົ່ງ ເປັນຕົ້ນ ໂດຍນັກລົງທຶນຈົດທະບຽນວິສາຫະກິດລົງທຶນຕ່າງປະເທດ ບໍ່ໜ້ອຍກວ່າຮ້ອຍລະ 10% ຂອງທຶນທັງໝົດຕະຫຼອດໄລຍະການດໍາເນີນທຸລະກິດ, ຊັບສິນຂອງວິສາຫະກິດ ບໍ່ໃຫ້ຕໍ່າກວ່າທຶນຈົດທະບຽນ ເນື່ອງຈາກວ່າວາຍຸຂອງວິສາຫະກິດລົງທຶນຕ່າງປະເທດ ເປັນການລົງທຶນໃນລັກສະນະ ຂະໜາດ ແລະ ເງື່ອນໄຂຂອງວິສາຫະກິດ, ກິດຈະການ ຫຼື ໂຄງການແມ່ນບໍ່ໃຫ້ເກີນ 50 ປີ ແລະ ສາມາດຕໍ່ອາຍຸໄດ້ຕາມການຕົກລົງຂອງລັດຖະບານ ແຕ່ອາຍຸຂອງວິສາຫະກິດລົງທຶນຂອງຕ່າງປະເທດສູງສຸດບໍ່ເກີນ 99 ປີ

ຈາກຂໍ້ມູນ ແລະ ຕົວເລກທາງສະຖິຕິ ຈະເປັນຕົວຊີ້ໃຫ້ນັກລົງທຶນສາມາດຕັດສິນໃຈໃນການລົງທຶນໃນ ສປປ ລາວ ໄດ້ດີຍິ່ງຂຶ້ນ ໂດຍສ່ວນຕົວຂອງຂ້າພະເຈົ້າມີຄວາມເຫັນວ່າ ເຖິງແມ່ນວ່າປະເທດລາວ ຈະເປັນປະເທດທີ່ນ້ອຍ, ມີຈໍານວນປະຊາກອນບໍ່ຫຼາຍ, ແຕ່ເນື່ອງຈາກວ່າປະເທດລາວເປັນປະເທດທີ່ຢູ່ລະຫວ່າງກາງປະເທດທີ່ມີປະຊາກອນຫຼາຍກວ່າ 100 ລ້ານຄົນ ປະເທດລາວຈຶ່ງເປັນປະເທດ Land Link ທີ່ມີສັກກະຍາພາບຂອງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ, ແຫຼ່ງທອ່ງທ່ຽວທີ່ເປັນທໍາມະຊາດ ແລະ ຍັງມີວັດທະນະທໍາທີ່ງົດງາມ ເໝາະແກ່ການທ່ອງທ່ຽວແບບອະນຸລັກ ແລະ ວັດທະນະທໍາ ນອກຈາກນີ້ດ້ານການກະເສດ ແລະ ການແປຮູບຜະລິດຕະພັນ ຈາກການກະເສດປອດສານພິດ ຖືວ່າເປັນຈຸດແຂງອັນໜຶ່ງທີ່ໜ້າສົນໃຈໃນການລົງທຶນ ເນື່ອງຈາກວ່າມີທໍາເລທີ່ດີ, ຄວາມສະອາດຂອງຊັບພະຍາກອນນໍ້າ ແລະ ດິນ ຖືວ່າເປັນຈຸດແຂງອີກອັນໜຶ່ງທີ່ໜ້າສົນໃຈກັບການລົງທຶນໃນ ສປປ ລາວ

บทความใกล้เคียง:

Leave a comment