ອາຊີບເສີມ ແຕ່ສາມາດສ້າງເງິນເປັນລາຍໄດ້ຫຼັກ

ເນື່ອງຈາກວ່າສະພາບເສດຖະກິດໃນຕົວເມືອງ ການເຮັດວຽກເພື່ອເອົາເງິນເດືອນພຽງຢ່າງດຽວ ບໍ່ພຽງພໍກັບຄ່າໃຊ້ຈ່າຍ ໃນຍຸກປະຈະບັນແລ້ວ ພະນັກງານຫ້ອງການ, ນັກສຶກສາ ທີ່ບໍ່ມີເວລາຫຼາຍ ຈຶ່ງໄດ້ຊອກຫາໂອກາດທີ່ຈະໃຊ້ເວລາຫວ່າງ ທີ່ນອກເໜືອຈາກອາຊີບທີ່ເຮັດປະຈໍາ ອາຊີບເສີມທີ່ສ້າງລາຍຮັບຂຶ້ນມາອີກ ເຮົາມາເບິ່ງກັນວ່າມີອາຊີບໃດແດ່ທີ່ສາມາດສ້າງເງິນໃນບ້ານຂອງເຮົາໄດ້

  1. ຊ່າງພາບ ຮັບຖ່າຍຮູບງານດອງ, ງານຮັບໃບປະກາດ ແລະ ງານອີເວັ້ນຕ່າງໆ
  2. ກາບຟິກດີຊາຍເນີ ນັກອອກແບບກາບຟິກຟີແລນ ເປັນວຽກທີ່ຕະຫຼາດໃນລາວມີຄວາມຕ້ອງການສູງ ເພາະໃນປະຈຸບັນມີການຂາຍສິນຄ້າອອນລາຍ, ມີອີເວັ້ນມາເກັດຕິ້ງ ເພິ່ມເປັນຈໍານວນຫຼາຍຈໍຂຶ້ນ ດັ່ງນັ້ນວຽກດ້ານກາບຟິກດີຊາຍຈຶ່ງມີຄວາມຕ້ອງການໃນຕະຫຼາດຈໍານວນຫຼາຍ
  3. ຄູສອນພິເສດຕາມບ້ານ ເຊັ່ນ: ສອນພາສາອັງກິດ, ສອນຄະນິດສາດ ສໍາລັບເດັກປະຖົມ ເປັນວຽກທີ່ເຮັດໃຫ້ມີລາຍໄດ້ພໍສົມຄວນ ສໍາລັບຄົນທີ່ຈົບສາຍຄູ ຫຼື ນັກສຶກສາທີ່ເກັ່ງໃນການສອນ
  4. ຂາຍສິນຄ້າຕາມຕະຫຼາດນັດ ປະຈະບັນຕະຫຼາດນັດກໍາລັງເປັນກະແສທີ່ໄດ້ຮັບການນິຍົມໃນລາວ ເພາະສິນຄ້າລາຄາຖືກມີຄວາມຫຼາກຫຼາຍ ແລະ ສາມາດຕໍ່ລອງລາຄາໄດ້ ສິນຄ້າທີ່ຂາຍດີຕາມຕະຫຼາດນັດ ເຊັ່ນ: ເຂົ້າໜົມ, ອາຫານວ່າງ, ອາຫານປະເພດຕໍາຕ່າງໆ, ລູກຊິ້ນທອດ, ນໍ້າໝາກໄມ້ປັ່ນ ເປັນຕົ້ນ ແຕ່ເນື່ອງຈາກວ່າສິນຄ້າໃນຕະຫຼາດນັດມີຊໍ້າໆກັນ ເຮັດໃຫ້ລູກຄ້າບໍ່ກັບມາຍ່າງອີກ ດັ່ງນັ້ນການເລືອກສິນຄ້າທີ່ຈະມາຂາຍຕາມຕະຫຼາດນັດ ຈໍາເປັນຈຶ່ງຈະຕ້ອງແປກ, ໃໝ່, ຄຸນນະພາບດີ, ລາຄາຖືກຈຶ່ງຈະຂາຍໄດ້
  5. ຜະລິດສິນຄ້າ ຫຼື ຮັບເປັນຕົວແທນຈໍາໜ່າຍຂາຍທາງອອນລາຍ ປະຈຸບັນການຂາຍສິນຄ້າທາງອອນລາຍກໍາລັງເປັນກະແສທີ່ໄດ້ຮັບຄວາມນິຍົມພໍສົມຄວນໃນລາວ ເພາະສະດວກຕໍ່ລູກຄ້າ ທີ່ມັກຄວາມສະດວກສະບາຍ ແລະ ມັກຊອບປີ້ງທາງອອນລາຍ, ສິນຄ້າທີ່ຈະຂາຍໄດ້ດີຕ້ອງມີລາຄາຖືກ, ຄຸນນະພາບດີ, ມີເວັບໃຊ້ທີ່ໜ້າເຊື່ອຖືໄດ້ ສິ່ງທີ່ສໍາຄັນຄືຄວາມຊື່ສັດ ແລະ ຕົງເວລາຕໍ່ການສົ່ງສິນຄ້າ
  6. ເຮັດກະເສດປູກເຫັດຂາຍ ປະຈຸບັນກະແສອອນລາຍກໍາລັງມາແຮງ ການຂາຍສິນຄ້າກະເສດ

ບໍ່ພຽງແຕ່ຂາຍໃນຕະຫຼາດເທົ່ານັ້ນ ສິນຄ້າກະເສດກໍສາມາດສົ່ງຂາຍອອນລາຍໄດ້, ປະຈຸບັນການເພາະປູກເຫັດຊະນິດຕ່າງໆເຮັດໄດ້ງ່າຍ ແລະ ຂາຍດີ, ລາຄາບໍ່ຕົກ ເພາະມີຄວາມຕ້ອງທາງຕະລາດສູງ

  1. ຜະລິດສິນຄ້າທີ່ລະນຶກສໍາລັບນັກທ່ອງທ່ຽວ ປະຈຸບັນມີນັກທ່ອງທ່ຽວລາວປີລະ 1,000,000

ຄົນ ແຕ່ສິນຄ້າທີ່ລະນຶກຍັງມີຈໍານວນບໍ່ຫຼາຍ, ຂາດຄວາມຫຼາກຫຼາຍ ສິນຄ້າທີ່ສາມາດເຮັດເປັນສິນຄ້າທີ່ລະນຶກໄດ້ຈະຕ້ອງມີເອກະລັກທ້ອງຖິ່ນ, ລາຄາຖືກ ຈະເປັຮນທີ່ຕ້ອງການຈໍານວນລາຍ ເຊິ່ງສາມາດຝາກຂາຍ ຫຼືຂາຍສົ່ງຕາມຮ້ານຂາຍເຄື່ອງທີ່ລະນຶກ ຫຼື ຕາມບໍລິສັດທ່ອງທ່ຽວ ເປັນຕົ້ນ

  1. ຜະລິດອາຫານ, ເຂົ້າໜົມ ສົ່ງຕາມຮ້ານມິນິມາກດ ຊຸບເປີມາເກັດ ຫຼື ຕາມຕະຫຼາດນັດອາຫານຍັງເປັນສິນຄ້າທີ່ຂາຍດີ ແລະ ຍັງຊື້ຊໍ້າເລື້ອຍໆ ແຕ່ສິນຄ້າຕ້ອງແຊບຖືກໃຈລູກຄ້າ ແລະ ລາຄາບໍ່ແພງຈົນເກີນໄປ
  2. ນັກກິລາຄູສອນເຕັ້ນ ແອໂລບິກ ຫຼືຄູສອນອອກກໍາລັງການໃນຟິດເນັສ ໃນອະດີດອາຊີບນັກ

ກິລາເກືອບຈະບໍ່ສາມາດສ້າງເງິນ ຫຼື ລາຍໄດ້ເລີຍ ແຕ່ໃນປະຈຸບັນກະແສຂອງການຮັກສຸຂະພາບກໍາລັງມາແຮງ ສໍາລັບຜູ້ທີ່ເຄີຍເປັນນັກກກິລາມາກ່ອນ ໂອກາດໃນການຫາເງິນບໍ່ໄດ້ຍາກ ສາມາດຈັດຄອດສອນການຫຼິ້ນກິລາ, ສ້າງນັກກິລາ ຫຼື ເປັນໂຄດໄດ້ ເຊິ່ງຖືວ່າເປັນອາຊີບທີ່ມີລາຍໄດ້ດີພໍສົມຄວນ ແລະ ສາມາດເຮັດນອກເວລາເຮັດວຽກໄດ້ເຊັ່ນ: ການເປັນໂຄດສອນໃນຂ່າຍມວຍ, ການເປັນໂຄດສອນຟຸດບອນໃຫ້ເດັກນ້ອຍ,ສອນເທຄອນໂດ ເປັນຕົ້ນ

  1. ຮັບສ້ອມແປງອຸປະກອນຕ່າງໆໃນຄົວເຮືອນ ເຊັ່ນ: ກອກນໍ້າປະປາ, ເຄື່ອງໃຊ້ໄຟຟ້າ, ແປຝງ

ລົດຖີບ ເປັຍຕົ້ນ ອາຊີລເຫຼົ່ານີ້ຖືເປັນອາຊີບເສີມທີ່ສ້າງລາຍໄດ້ດີພໍສົມຄວນ ເພາະຢູ່ໃນລາວຍັງຂາດແຄນບໍລິສັດທີ່ຮັບເຮັດວຽກໃນດ້ານນີ້ ເຖິງວ່າຈະເປັນວຽກທີ່ນ້ອຍໆ ແຕ່ຖ້າຫາກມີການບໍລິການເຖິງທີ່ ອໍານວຍຄວາມສະດວກໃຫ້ກັບລູກຄ້າເຖິງບ້ານ ກໍຈະສາມາດສ້າງລາຍຮັບໃຫ້ເຮົາໄດ້ຫຼາຍເຊັ່ນກັນ

ການເຮັດອາຊີບເສີມຫຍັງກໍ່ໄດ້ ຂຶ້ນຢູ່ກັບຄວາມສາມາດ ແລະ ຄວາມສົນໃຈຂອງແຕ່ລະບຸກຄົນ ແລະ ສິ່ງທີ່ສໍາຄັນຄືການຄົ້ນຫາພອນສະຫວັນ ແລະ ຄວາມສາມາດຂອງຕົນ, ຝຶກຝົນ, ຮຽນຮູ້, ຂະຫຍັນ ແລະ ອົດທົນ, ຊື່ສັດຕໍ່ຕົນເອງ ແລະ ລູກຄ້າພຽງເທົ່ານີ້ເຈ້າກໍສາມາດມີລາຍຮັບໄດ້ບໍຈໍາກັດພຽງແຕ່ລາຍຮັບທີ່ໄດ້ຈາກວຽກປະຈໍາເທົ່ານັ້ນ ແລະ ສິ່ງທີ່ສໍາຄັນຄືການນໍາເອົາເທັກໂນໂລຢີມາໃຊ້ໃຫ້ເປັນປະໂຫຍດ ໃນການເຮັດການຕະຫຼາດ ເພື່ອໃຫ້ຄົນຮູ້ຈັກກັບສິນຄ້າ ແລະ ການບໍລິການຂອງເຮົາໃຫ້ຫຼາຍຂຶ້ນ ພຽງເທົ່ານີ້ເຈົ້າກໍສາມາດມີລາຍຮັບເຂົ້າມາອີກແລ້ວ

บทความใกล้เคียง:

Leave a comment