ກະແສເງິນສົດນັ້ນສໍາຄັນແນວໃດ ?

ດັ່ງຄໍາເວົ້າທີ່ວ່າ ເງິນສົດກໍ່ປຽບສະເໝືອນດັ່ງເລືອດໃນທຸລະກິດ ດັ່ງນັ້ນແລ້ວເງິນສົດຈຶ່ງເປັນສິ່ງທີ່ສໍາຄັນທີ່ທຸລະກິດຈະຕ້ອງດູແລ ເພາະຖ້າຫາກກິດຈະການມີສະພາບຄອ່ງທາງການເງິນ ສຸຂະພາບຂອງທຸລະກິດກໍ່ຈະດີ ຍ້ອນເຫດນີ້ ການຄ້າຂາຍທີ່ຮັບເງິນສົດຍ່ອມໄດ້ຮັບຜົນຕອບແທນທີ່ໜ້ອຍ ເພື່ອໃຫ້ໄດ້ກະແສເງິນສົດທີ່ຫຼາຍ ຈຶ່ງເປັນອີກໜຶ່ງ business modelທີ່ນັກທຸລະກິດໃຊ້ກັນ ເຈົ້າຂອງບໍລິສັດທີ່ໃຊ້ກົນລະຍຸດນີ້ ແລະ ກໍາລັງຂຶ້ນເປັນມະຫາເສດຖີອັນດັບ 1 ຂອງໂລກເມື່ອຫວ່າງບໍ່ດົນມານີ້ ນັ້ນກໍ່ຍ້ອນວ່າ ທ່ານ ເຈຟ ເບໂຊສ ເຊິ່ງເປັນຜູ້ກໍ່ຕັ້ງ ແລະ ເປັນຊີອີໂອຂອງ “Amazon.com” ເວັບໃຊ້ຂາຍເຄື່ອງອອນລາຍ ທີ່ໃຫ່ຍທີ່ສຸດໃນໂລກ ໂດຍກົນລະຍຸດທາງການເງິນທີ່ຂາຍສິນຄ້າຜ່ານເວັບໃຊ້ຮັັບເງິນສົດ ແຕ່ຊໍາລະເງິນຜູ້ຂາຍເປັນເຄຣດິດທີ່ຍາວ (ບາງສິນຄ້າຍາວເກືອບ3ເດືອນ ເຊັ່ນ: ໜັງສື) ເຮັດໃຫ້ກະແສເງິນສົດເປັນບວກຢ່າງຕໍ່ເນື່ອງ ເຖິງແມ່ນວ່າບາງປີກໍາໄລຂອງ Amazon ຫຼຸດລົງຢ່າງລາຍ ຫຼື ຂາດທຶນ ເນື່ອງຈາກການລົງທຶນທີ່ສູງ ແຕ່ນີ້ກໍ່ບໍ່ສາມາດເຮັດໃຫ້ມູນຄ່າທີ່ສະທ້ອນໃນຕະລາດຫຸ້ນຂອງ Amazon ຫຼຸດລົງແຕ່ຢ່າງໃດ ແຕ່ກັບເຮັດໃຫ້ຫຸ້ນເພິ່ມຂຶ້ນຢ່າງຕໍ່ເນື່ອງ

ແນ່ນອນວ່າຄວາມສໍາເລັດຂອງ Amazon ໃນມື້ນີ້ ອາດຈະມາຈາກການລົງທຶນທີ່ປະສົບຄວາມສໍາເລັດອຶ່ນໆ ເຊັ່ນ: ການລົງທຶນໃນສ້າງສິນຄ້າ ແລະ ລະບົບໂລຈິສຕິກທີ່ທັນສະໄໝ ແຕ່ຄົງປະຕະເສດບໍ່ໄດ້ວ່າ ການມີກົນລະຍຸດທາງການເງິນທີ່ດີ ແລະ ການໃຫ້ຄວາມສໍາຄັນກັບກະແສເງິນສົດນັ້ນ ມີສ່ວນສໍາຄັນຕໍ່ຄວາມສໍາເລັດຂອງ Amazon ໃນມື້ນີ້ຫຼາຍພໍສົມຄວນ

ການຕິດເຊື້ອໃນກະແສເງິນສົດ

ໃນສະພາວະທີ່ກະແສເງິນສົດຂອງທຸລະກິດເປັນບວກ ຫຼື ມີເງິນສົດເປັນຈໍານວນຫຼາຍ ທຸລະກິດສ່ວນຫຼາຍຈະດໍາເນີນການຈ່າຍເງິນປັນຜົນ ຫຼື ລົງທຶນຂະຫຍາຍທຸລະກິດໃໝ່ ເຊິ່ງເປັນເລື່ອງດີຍິ່ງຂຶ້ນ ແຕ່ມີບາງຄັ້ງການເລິ່ມລົງທຶນໃໝ່ ອາດຈະບໍ່ປະສົບຜົນສໍາເລັດເທົ່າທີ່ຄວນ ເນື່ອງຈາກຕະຫຼາດອາດມີການອິ່ມຕົວແລ້ວ ຫຼື ການເລິ່ມລົງທຶນໃໝ່ນັ້ນ ບໍລິສັດບໍ່ມີຄວາມຊໍານານພຽງພໍ ເຮັດໃຫ້ກະແສເງິນສົດທີ່ເປັນບວກນັ້ນອາດຈະມີການພິກກັບມາເປັນລົບໄດ້ບໍ່ຍາກ ແລະ ການເລິ່ມລົງທຶນໃໝ່ນັ້ນສ່ວນຫຼາຍເປັນການລົງທຶນທີ່ສູງ ຈົນການຈັດຈໍາໜ່າຍນັ້ນເປັນເລື່ອງທີ່ຂ້ອນຂ້າງຍອມຮັບໄດ້ຍາກ ຈົນບາງຄັ້ງເຮັດໃຫ້ທຸລະກິດເດີມທີ່ມີຢູ່ແລ້ວ ຕ້ອງມີກະແສເງິນສົດທີ່ຕິດລົບໄປນໍາ ປຽບສະເໝືອນການຮັກສາຄົນເຈັບຂອງແພດ ຫາກອະໄວຍະວະ ຫຼື ຊິ້ນສ່ວນພາຍໃນມີການເນົ່າ ຫຼື ເກີດອາການຕິດເຊື້ອນັ້ນ ແພດຈະພະຍາຍາມຮັກສາອາການຕິດເຊື້ອຢ່າງສຸດຄວາມສາມາດ ຖ້າຫາກອາການນັ້ນເກີນການຮັກສາ ແພດກໍຈະລົງຄວາມເຫັນໃຫ້ຕັດອະໄວຍະວະນັ້ນຖິ້ມ ເພື່ອປ້ອງກັນການຕິດເຊື້ອໃນກະແສເລືອດເຊິ່ງອາດຈະລຸກລາມໄປອະໄວຍະວະອຶ່ນຈົນເຖິງແກ່ຊີວິດໄດ້

ສັດສີ່ຕີນຍັງຮູ້ພາດ ນັກທຸລະກິດກັບການລົງທຶນກໍຕ້ອງເກີດມີຄວາມຜິດພາດຂຶ້ນໄດ້ເຊັ່ນດຽວກັນ ສິ່ງທີ່ສໍາຄັນຄື ເມື່ອຜິດພາດແລ້ວເຮົາຕ້ອງຟ້າວແກ້ໄຂຢ່າງໄວວາ ຖ້າຫາກເກີນການແກ້ໄຂແລ້ວກໍຄວນຕ້ອງກ້າຕັດສິນໃຈຕັດນີ້ວຮ້າຍເພື່ອຮັກສາຊີວິດ ຢ່າປ່ອຍໃຫ້ເກີດອາການຕິດເຊື້ອໃນກະແສເລືອດ ຈົນເຮັດໃຫ້ທຸລະກິດດີຕ້ອງລົ້ມຫາຍຕາຍຈາກໄປຢ່າງໜ້າເສຍດາຍ

บทความใกล้เคียง:

Leave a comment