ເມື່ອອາຊ່ຽນກ້າວເຂົ້າສູ່ຍຸກດີຈີຕອລ 4.0 ຜູ້ປະກອບການ SME ລາວຕ້ອງກຽມແນວໃດ ໃຫ້ສາມາດແຂ່ງຂັນໄດ້

ຍຸກດີຈີຕອລ 4.0 ຄືຍຸກທີ່ອຸດສະຫະກໍາານຜະລິດ, ການຄ້າ, ລະບົບການຂົນສົ່ງເຊື່ອມໂຍງລະຫວ່າງກັນຜ່ານທາງອິນເຕີເນັດທັງໝົດ ທີ່ເຮົາຮູ້ຈັກກັນໃນນາມ IoT (Internet of Tings) ຫຼື ໂລກທີ່ເລິ່ມຕົ້ນດ້ວຍຄໍາວ່າ Smart ເຊັ່ນ: Smart Phone, Smart Home, Smart Watch, Smart Factory ເປັນຕົ້ນ ໂດຍມີຕົວ Sensor ທີ່ເປັນຕົວກໍານົດ ຄວບຄຸມ ເຊັ່ນ: ການຄວບຄຸມການເຮັດວຽກໃນໂຮງງານອຸດສາຫະກໍາ ໂດຍການໃຊ້ອິນເຕີເນັດເຊື່ອມຕໍ່ ແລະ ສັ່ງການ, ການປິດເປີດໄຟໃນເຮືອນ ໂດຍການໃຊ້ມືຖືໃນສະຖານທີ່ເຮັດວຽກ

Briget karlin ຂອງບໍລິສັດ Intel ຜູ້ຜະລິດຊີບຄອມພິວເຕີລາຍໃຫ່ຍຂອງໂລກໄດ້ໃຫ້ຂໍ້ມູນວ່າ ພາຍໃນ 5 ປີຕໍ່ໜ້າຈະມີອຸປະກອນດີຈີຕອລເຖິງ 50,000 ລ້ານຊິ້ນ ທຽບກັບຈໍານວນປະຊາກອນໂລກແລ້ວໝາຍຄວາມວ່າ ແຕ່ລະຄົນຈະມີອຸປະກອນດີຈີຕອລໃຊ້ເຖິງ 6 ຊິ້ນ

ການຄ້າຍຸກດີຈີຕອລ 4.0 ຄືຍຸກທີ່ໂລກປ່ຽນຈາກສິນຄ້າກະເສດ, ສິນຄ້າອຸດສະຫະກໍາ ທີ່ເນັ້ນການຜະລິດໄປສູ່ຍຸກບໍລິການ ຫຼາຍກວ່າການຜະລິດໃນຮູບແບບປະລິມານ

ປະເທດໃນກຸ່ມອາຊ່ຽນ (ASAEN) ຖືວ່າເປັນກຸມປະເທດທີ່ມີການຮວມຕົວກັນ ແລະ ເຕີບໂຕທາງເສດຖະກິດຢ່າງເຂັມແຂງ ເຊິ່ງຈະເຫັນໄດ້ຈາກມູນຄ່າ GDP ທີ່ມີຈໍານວນລວມຕົວກັນເຖິງ 2.5 ລ້ານໂດລາ (2.5 Trillion) ຫຼື ການເຕີບໂຕຂອງ  GDP ເທົ່າກັບ 6%​ ຕໍ່ປີ, ຈໍານວນປະຊາກອນຫຼາຍກວ່າ 600 ລ້ານຄົນ ແລະ 40% ຂອງຈໍານວນປະຊາກອນອາຍຸຕໍ່າກວ່າ 30 ປີ

ເມື່ອອາຊ່ຽນມີການຈັດຕັ້ງ AEC (Asian Economic Community) ຢ່າງເປັນທາງການໃນປີ 2015 ອາຊ່ຽນເຮັດສັນຍາຮ່ວມກັນ ທີ່ຈະໃຫ້ມີການເຄື່ອນຍ້ານສິນຄ້າ, ການບໍລິການ, ການລົງທຶນ, ການເຄື່ອນຍ້າຍແຮງງານທີ່ມີທັກສະ ແລະ ການເຄື່ອນຍ້າຍເງິນທຶນຢ່າງເສລີໃນປະເທດອາຊ່ຽນ ດັ່ງນັ້ນຈິຶ່ງໄດ້ຄາດຄະເນວ່າ ໃນປີ 2025 ອາຊ່ຽນຈະເປັນປະເທດ 1 ໃນ 5 ປະເທດທໍາອິດຂອງໂລກ ທີ່ເປັນປະເທດທີມີລະບົບເສດຖະກິດດີຈີຕອລ ແລະ ປະຊາກອນອາຊ່ຽນຈະກາຍເປັນປະຊາກອນດີຈີຕອລ (Digital Native ໝາຍເຖິງກຸ່ມມຄົນລຸ່ນໃໝ່ ທີ່ມີທັກສະໃນການໃຊ້ເທັກໂນໂລຢີດີຈີຕອລ ໃນລະດັບສູງ ແລະ ຈະເປັນກຸ່ມຄົນຈໍານວນຫຼາຍໃນອານາຄົດ) ການສື່ສານ, ການຄ້າຂາຍທຸກຢ່າງຈະກາຍເປັນລະບົບດີຈີຕອລທັງໝົດ

ເບິ່ງໄປອານາຄົດອີກ 8 ປີຕໍ່ໜ້າ (2525) ປະເທດສິງກະໂປ, ມາເລເຊຍ, ປະເທດໄທ ຂຶ້ນມາຢູ່ແຖວໜ້າໃນການເຂົ້າມາສູ່ຍຸກດີຈີຕອລ 4.0 ໂດຍ 3 ປະເທດນີ້ຈະຕິດອັນດັບ 1 ໃນ 10 ປະເທດທໍາອິດຂອງໂລກ ທີ່ກ້າວເຂົ້າສູ່ລະບົບເສດຖະກິດດີຈີຕອລຢ່າງແທ້ຈິງ ສ່ວນປະເທດອຶ່ນໆໃນອາຊ່ຽນຈະຕິດອັນດັບ 1 ໃນ 40 ປະເທດຂອງໂລກ ທີ່ເປັນ Digital Native

ເມື່ອເບິ່ງກັບມາສູ່ປະເທດລາວ ການກຽມຄວາມພ້ອມເພື່ອເຂົ້າສູ່ການແຂ່ງຂັນ ແລະ ການພັດທະນາລະບົບເສດຖະກິດໃຫ້ກາຍເປັນປະເທດດີຈີຕອລ, ເປັນປະຊາກອນດີຈີຕອລ ລາວຕ້ອງກຽມຕົວແນວໃດ ?

  1. Digital Native (ອາຍຸ 15-24 ປີ) ຄືກຸ່ມນີ້ໜ້າຈັບຕາເບິ່ງທີ່ສຸດ ເພາະເມື່ອປະຊາກອນກຸ່ມນີ້ເພິ່ມຂຶ້ນ ນັ້ນໝາຍເຖິງຄວາມຕ້ອງການທາງດ້ານເທັກໂນໂລຢີສູງຂຶ້ນ ນັກການຕະຫຼາດ ແລະ ເຈົ້າຂອງທຸລະກິດຄວນໃຫ້ຄວາມສົນໃຈ ເພາະຍັງອີກບໍ່ພໍເທົ່າໃດປີ ກຸ່ມນີ້ຈະມີພຶດຕິກໍາການໃຊ້ຊີວິດທີ່ກ່ຽວຂອງກັບໂລກອອນລາຍຫຼາຍກວ່າຍຸກອຶ່ນໆ ເຊິ່ງໝາຍຄວາມວ່າ ທຸລະກິດ ແລະ ການຕະຫຼາດຕ້ອງປັບຕົວເຂົ້າຫາແນວຄິດ Digital Native ໃຫ້ຫຼາຍຂຶ້ນ ແລະ ຕ່າງໄປຈາກຕະຫຼາດທີ່ເນັ້ນການຕະຫຼາດແບບຄົນຍຸກກ່ອນ (Digital Tourist)
  2. ພັດທະນາ Broadband ຫຼື ເທັກໂນໂລຢີການສົ່ງຂໍ້ມູນຄວາມໄວສູງ ຜ່ານທາງອິນເຕີເນັດ ເພື່ໃຫ້ທຸລະກິດສາມາດເຂົ້າເຖິງຜູ້ບໍລິໂພກໄດ້ຢ່າງໄວວາ, ສະໜຸກສະໜານ ແລະ ມີຊີວິດຊີວາ
  3. ເຊື່ອມຕໍ່ທຸລະກິດເຂົ້າກັບລະບົບມືຖື, ເຊື່ອມຕໍ່ກັບທະນາຄານ, ການຊື້ຂາຍ, ການບໍລິການທາອອນລາຍ E-Commerce ແລະ ການເຊື່ອມຕໍ່ເຂົ້າກັບເມືອງຕ່າງໆ ໃນກຸ່ມອາຊ່ຽນ
  4. ພັດທະນາລະບົບການສຶກສາ ໃຫ້ແກ່ຄົນໃນທ້ອງຖິ່ນ, ລະບົບເສດຖະກິດ ແລະ ທຸລະກິດໃນທ້ອງຖິ່ນ ໃຫ້ມີຄວາມຮູ້ເທົ່າທັນກັບເທັກໂນໂລຢີ ແລະ ນະວັດຕະກໍາໃໝ່ໆ

 

ຈາກການສຶກສາພົບວ່າ ອີກບໍ່ດົນປະເທດລາວຈະກ້າວເຂົ້າສູ່ຍຸກການແຂ່ງຂັນ ຜູ້ປະກອບການ SME ຕ້ອງມີຄວາມເຂົ້າໃຈ ແລະ ກຽມຕົວເຂົ້າສູ່ຍຸກສັງຄົມ ແລະ ເສດຖະກິດດີຈີຕອລ ຢ່າງເຕັມຕົວ ເພາະການເຄື່ອນຍ້າຍເງິນທຶນ, ການລົງທຶນ, ແຮງງານທີ່ມີທັກສະ, ສິນຄ້າ ຈະມີການເຄື່ອນຍ້າຍໃນບັນດາກຸ່ມປະເທດອາຊ່ຽນຢ່າງເສລີ ເຖິງແມ່ນວ່າລະບົບເສດຖະກິດເປັນເສດຖະກິດດຽວໃນກຸ່ມອາຊ່ຽນ ແຕ່ເຮົາຍັງປະຕິເສດບໍ່ໄດ່ວ່າ ທຸລະກິດທີ່ຈະຢູ່ລອດໄດ້ ແລະ ສາມາດເຕີບໂຕໄດ້ຕ້ອງມີການປັບຕົວ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ ໂດຍສະເພາະການແຂ່ງຂັນທີ່ໃຫ້ຄວາມສໍາຄັນກັບເທັກໂນໂລຢີ, ຄວາມຄິດສ້າງສັນ,  ນະວັດຕະກໍາໃໝ່ໆ ແລະ ຄຸນນະພາບ ຫຼາຍກວ່າການແຂ່ງຂັນທາງດ້ານລາຄາແລະ ປະລິມານ

บทความใกล้เคียง:

Leave a comment