ບັນຍາກາດການຝຶກອົບຮົມດ້ານການຜະລິດອາຫານໃຫ້ກັບ ບໍລິສັດ ສາຍຂອງ ຈຳກັດ

  ພາບບັນຍາກາດການຝຶກອົບຮົມຫົວຂໍ້ “ການຜະລິດອາຫານປອດໄພ”​ ໃຫ້ກັບພະນັກງານຈຳນວນ 45 ທ່ານ ປະຈຳວັນທີ່ 1-2/6/2024 ທີ່ຫ້ອງປະຊຸມສູນແນວລາວສ້າງຊາດ.​      

ກົນລະຍຸດທ່ອງທ່ຽວລາວ

ການທ່ອງທ່ຽວລາວຕ້ອງວາງແຜນກົນລະຍຸດດີໆ ປີນີ້ເປັນປີທ່ອງທ່ຽວລາວ ຜ່ານມາໄດ້ສາມເດືອນແລ້ວ. ໃນເມື່ອ: 1. ຄູ່ແຂ່ງການທ່ອງທ່ຽວລາວແມ່ນການທ່ອງທ່ຽວໄທ ແລະ ເປັນຄູ່ແຂ່ງທີ່ມີທຸກຢ່າງຄ້າຍຄິງກັບລາວຫຼາຍທີ່ສຸດ ໂດຍສະເພາະ ພາກອີສານຂອງໄທ ບໍ່ວ່າຈະເປັນ ອາຫານ ວັດທະນະທຳ ສະພາບພູມມິອາກາດ ພາສາ. 2. ເງິນໃນກະເປ໋າລູກຄ້າມີຈຳກັດ ດັງນັ້ນລູກຄ້າຕ້ອງເລືອກ ການບໍລິການທີ່ຄຸ້ມຄ່າເງິນໃນກະເປ໋າໃຫ້ຫຼາຍທີ່ສຸດ. 3. ຄ່າໃຊ້ຈ່າຍໃນລາວຍັງແພງກວ່າຄ່າໃຊ້ຈ່າຍໃນໄທ ໂດຍສະເພາະ ຄ່າເດີນທາງ ບໍ່ວ່າຈະເປັນຄ່າເຊົ່າລົດຕູ້ (ຢູ່ໄທ ມື້ລະ 1,800 -2,500 ບາດ ບໍ່ລວມຄ່ານ້ຳມັນ) ແຕ່ຢູ່ລາວແມ່ນ 3,000 ບາດຂຶ້ນໄປ ລວມນ້ຳມັນ (ແຕ່ບໍ່ໄກ ໃນລາຄານີ້) ນອກຈາກນັ້ນຄ່າບໍລິການອື່ນໆ ທີ່ມີລາຄາສູງກວ່າ ເພາະພາວະເງິນເຟີ້ ແລະສິນຄ້າສ່ວນຫຼາຍແມ່ນນຳເຂົ້າຈາກປະເທດໄທ. 4. ສິ່ງອຳນວຍຄວາມສະດວກຍັງບໍ່ຫຼາຍເທົ່າຢູ່ໄທ. ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ ຜູ້ຂຽນຈະຂໍສະເໜີແນະກົນລະຍຸດດັ່ງຕໍ່ໄປນີ້. ກົນລະຍຸດການທ່ອງທ່ຽວລາວ ທີ່ຈະດຶງດູດລູກຄ້າໃຫ້ມາທ່ອງທ່ຽວລາວໄດ້ເພີ່ມຂຶ້ນ: 1. ສ້າງຄວາມແຕກຕ່າງທີ່ໄທຂາດ ແຕ່ລາວມີ ຄື ວັດທະນະທຳ ທີ່ລາວຍັງຄົງມີຄວາມເປັນດັ້ງເດີມໄດ້ຫຼາຍກວ່າ (ເດັກນ້ອຍລຸ້ນໃໝ່ ຕ້ອງຫັນມາຊ່ວຍກັນອະນຸລັກວັດທະນະທຳທີ່ດີໃຫ້ຄົງໄວ້ ເຊັ່ນ: […]

1 2 3