ເປັນຫຍັງຕ້ອງຂຽນແຜນທຸລະກິດ

ໃນການດໍາເນີນຸລະກິດທຸກວັນນີ້ ມີການປ່ຽນແປງຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງຂອງການແຂ່ງຂັນສູງຂຶ້ນ, ເທັກໂນໂລຢີການຜະລິດໃໝ່ດີຂຶ້ນ, ນະໂຍບາຍຂອງລັດຖະບານທີ່ມີຜົນກະທົບຕໍ່ທຸລະກິດ, ນະໂຍບາຍການຮ່ວມມືລະຫວ່າງປະເທດ, ລາຄາວັດຖຸດິບສູງຂຶ້ນ, ລາຄານໍ້າມັນສູງຂຶ້ນ, ຂໍ້ກໍານົດ ແລະ ມາດຕະຖານຕ່າງໆຫຼາຍຂຶ້ນ

ປັດໄຈຕ່າງໆເຫຼົ່ານີ້ຫາກຜູ້ບໍລິຫານບໍ່ສາມາດປັບຕົວໄດ້ທັນກັບການປ່ຽນແປງທີ່ເກີດຂຶ້ນ ຫຼື ບໍ່ສາມາດພິກວິກິດໃຫ້ເປັນໂອກາດໄດ້ການດໍາເນີນທຸລະກິດຂອງທ່ານກໍ່ອາດຈະປະສົບກັບບັນຫາ ແລະ ສິ່ງທີ່ສໍາຄັນຖ້າຫາກບໍ່ສາມາດແກ້ໄຂໄດ້ທັນເວລາ ກໍ່ຈະມີຜົນເຮັດໃຫ້ກໍາໄລຫຼຸດລົງ ຫຼື ຂາດທຶນໄດ້ ດັ່ງນັ້ນເພື່ອເປັນການກຽມຕົວໃຫ້ທັນ ຜູ້ບໍລິຫານຈະຕ້ອງມີການວາງແຜນທຸລະກິດພາຍໃຕ້ຂໍ້ມູນຊັບພະຍາກອນທີ່ມີຢູ່ ແລະ ກົົດລະບຽບແຜນທຸລະກິດຄວນຈະມີແຜນທັງໄລຍະສັ້ນ, ໄລຍະປານກາງ ແລະ ໄລຍະຍາວ ໂດຍແຜນທຸລະກິດໄລຍະສັ້ນຈະເປັນການວາງແຜນໃນໄລຍະ 1 ປີ ເຊິ່ງອາດຈະເນັນການພັດທະນາສັກກະຍາພາບຂອງສິນຄ້າ, ການປັບປຸງປະສິດທິພາບໃນການເຮັດວຽກ ເພື່ອສ້າງຄວາມສາມາດໃນການແຂ່ງຂັ້ນ, ການຫຼຸດຕົ້ນທຶນ ຫຼື ເພິ່ມປະສິດທິພາບໃນການຜະລິດ, ການພັດທະນາເທັກໂນໂລຢີການຜະລິດ, ການສ້າງໂອກາດທາງການຕະຫຼາດໃໝ່ໆ ເປັນຕົ້ນ

ນອກຈາກນີ້ການຂຽນແຜນທຸລະກິດຄວນຈະປະກອບໄປດ້ວຍຂໍ້ມູນຂອງກິດຈະການ, ຂໍ້ມູນຂອງອຸດສະຫະກໍາ, ຄູ່ແຂ່ງ ແລະ ແນວໂນ້ມຂອງເສດຖະກິດເຊິ່ງຈະນໍາໄປສູ່ການວິເຄາະຄວາມເປັນໄປໄດ້ດ້ານການເງິນ, ຄວາມເປັນໄປໄດ້ດ້ານການຜະລິດ, ການວາງແຜນການບໍລິຫານຈັດການ, ການວິເຄາະ SWOT Analysis, ການວິເຄາະຄວາມສ່ຽງ, ການປ້ອງກັນຄວາມສ່ຽງ

ສໍາລັບແຜນທຸລະກິດໄລຍະປານກາງ ເປັນການວາງແຜນໄລຍະ1-3 ປີ ເຊິ່ງການດໍາເນີນງານຕາມແຜນອາດຈະມີໄລຍະເວລາໃນການດໍາເນີນງານທີ່ຫຼາຍກວ່າ 1 ປີຂຶ້ນໄປ ເຊັ່ນ: ການຂະຫຍາຍກໍາລັງການຜະລິດ, ການເພິ່ມສາຍການຜະລິດໃໝ່ ເຊິ່ງອາດຈະມີການຂະຫຍາຍໂຮງງານ, ຊື້ເຄື່ອງຈັກຊຸດໃໝ່, ເພິມຜະລິດຕະພັນໃໝ່ ຫຼື ຜະລິດວັດຖຸດິບຕົ້ນນໍ້າ, ການຂະຫຍາຍຕະຫຼາດໄປຕ່າງປະເທດ ເປັນຕົ້ນ

ແຜນທຸລະກິດໄລຍະຍາວ ເປັນການວາງແຜນຕັ້ງແຕ່ໄລຍະ 3-5 ປີຂຶ້ນໄປ ໂດຍແຜນໄລຍະຍາວຈະເປັນການວາງແນວທາງການດໍາເນີນງານວ່າກິດຈະການຈະເຕີບໂຕໄປໃນທິດທາງໃດ ເຊັ່ນ: ກິດຈະການຈະເປັນຜູ້ນໍາຕະຫຼາດ ທີ່ມີສ່ວນແບ່ງທາງການຕະຫຼາດສູງສຸດ (ເຊິ່ງອາດບໍ່ກໍານົດວ່າບໍ່ຕໍ່າກວ່າ………%), ບໍລິສັດຈະຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບພາຍໃນ 5 ປີ ເປັນຕົ້ນ ໃນການນໍາໄປສູ່ເປົ້າໝາຍຂອງແຜນທຸລະກິດຈະຕ້ອງມີການກໍານົດແຜນງານ, ກົນລະຍຸດ ແລະ ເປົ້າໝາຍຂອງແຕ່ລະໜ່ວຍງານທີ່ຮັບຜິດຊອບ ເຊິ່ງຈະຕ້ອງມີຄວາມສອດຄ່ອງທັງການດໍາເນີນງານ, ການວາງແຜນກໍາລັລຄົນ ແລະ ແຜນການເງິນ ໂດຍຈະຕ້ອງມີການກໍານົດໄລຍະເວລາໃນການດໍາເນີນງານຢ່າງຊັດເຈນ ສະນັ້ນແຜນທຸລະກິດຈະຕ້ອງສອດຄ່ອງກັນ ໂດຍແຜນໄລຍະສັ້ນຈະຕ້ອງເປັນສ່ວນໜຶ່ງຂອງແຜນໄລຍະປານກາງ ແລະ ແຜນໄລຍະປານກາງຈະຕ້ອງມຸ່ງເນັ້ນການດໍາເນີນງານເພື່ອໃຫ້ບັນລຸເປົ້າໝາຍໃນໄລຍະຍາວ

ໃນການຂຽນແຜນທຸລະກິດມັກຈະມີຄໍາຖາມວ່າ: ຂຽນແຜນທຸລະກິດໄປເພື່ອຫຍັງ, ມີປະໂຫຍດແນວໃດ, ຫຍຸ້ງຍາກ, ເສຍເວລາ ແລະ ບໍ່ເຫັນວ່າຈະນໍາໄປໃຊ້ປະໂຫຍດໄດ້ຈິງຄໍາຖາມເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງ ການແນມເຫັນແຜນທຸລະກິດເປັນພຽງແຜນງານທີ່ຢູ່ເທີງເຈ້ຍເທົ່ານັ້ນ ແຕ່ສໍາລັບຜູ້ທີ່ເຫັນຄວາມສໍາຄັນຂອງແຜນທຸລະກິດຈະເຫັນວ່າ ແຜນທຸລະກິດຈະເປັນເຄື່ອງມືທີ່ຊ່ວຍໃນການບໍລິຫານງານໄດ້ເປັນຢ່າງດີ ເຊິ່ງທັງໝົດນີ້ຈະຂຶ້ນຢູ່ກັບວິໃສທັດຂອງຜູ້ບໍລິຫານ ຖ້າຫາກຜູ້ບໍລິຫານໃຫ້ຄວາມສໍາຄັນກັບແຜນທຸລະກິດ ກໍຈະວາງແຜນທຸລະກິດທີ່ເປັນໄປດ້ສູງ

ແຜນທຸລະກິດນອກຈາກຈະນໍາໄປໃຊ້ເປັນປະໂຫຍດໃນການດໍາເນີນງານແລ້ວ ຍັງເປັນການສະແດງວິໃສທັດຂອງຜູ້ບໍລິຫານຕໍ່ໜ່ວຍງານພາຍນອກທີ່ມີສ່ວນດ້ສ່ວນເສຍກັບກິດຈະການນໍາກັນ ເຊັ່ນ: ທະນາຄານ, ສະຖາບັນການເງິນ ແລະ ນັກລົງທຶນ ຫຼື ກໍລະນີທີ່ນໍາຫຸ່ນເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ກໍຈະຕ້ອງໄດ້ນໍາສະເໜີຕໍ່ຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເປັນຕົ້ນ ກອ່ນທີ່ຈະນໍາແຜນທຸລະກິດປໃຊ້ໃນການດໍາເນີນງານ ກໍຄວນນໍາເຂົ້າທີ່ປະຊຸມຄະນະກໍາມະການ ຫຼື ຜູ້ຖືຫຸ້ນ ເພື່ອພິຈາລະນາວ່າ ແຜນທຸລະກິດທີ່ຈະນໍາສະເໜີມີຄວາມເປັນໄປໄດ້ຫຼືບໍ່?,  ຄວນປັບປຸງ ຫຼື ເພິ່ມໃນສ່ວນໃດ?

ໃນການນໍາແຜນທຸລະກິດມາເປັນແນວທາງໃນການດໍາເນີນງານຕໍ່ໄປນັ້ນ ຜູ້ບໍລິຫານຈະຕ້ອງມີການຖ່າຍທອດແຜນລົງສູ່ຜູ້ປະຕິບັດ ໂດຍທຸກພາກສ່ວນຈະຕ້ອງມຸ່ງໄປທີ່ເປົ້າໝາຍດຽວກັນ ແລະ ຈະຕ້ອງຊ່ວຍກັນດໍາເນີນງານມາຕາມແຜນງານທີ່ຕົນຮັບຜິດຊອບໃຫ້ສອດຄ່ອງກັນ ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນທຸລະກິດ ແລະ ຕາມໄລຍະເວລາທີ່ກໍານົດໄວ້ ເຖິງຢ່າງໃດກໍຕາມເມື່ອດໍາເນີນງານຕາມໄປຕາມແຜນກໍອາດຈະມີບັນຫາ ອຸປະສັກທີ່ເກີດຈາກປັດໄຈພາຍໃນ ແລະ ປັດໄຈພາຍນອກ ທີ່ເຮັດໃຫ້ການດໍາເນີນງານບໍ່ເປັນໄປຕາມແຜນ ດັ່ງນັ້ນຜູ້ບໍລິຫານຄວນຈະຕ້ອງມີການທົບທວນແຜນງານ, ສາເຫດ, ບັນຫາ, ອຸປະສັກ ແລະ ແນວທາງໃນການແກ້ໄຂ ເພື່ອປັບປ່ຽນທຸລະກິດໃຫ້ບັນລຸເປົ້າໝາຍຕໍ່ໄປ

ແຜນທຸລະກິດເປັນຈຸດເລິ່ມຕົ້ນ ທີ່ຈະບອກໃຫ້ຜູ້ບໍລິຫານຮູ້ວ່າທິດທາງໃນການດໍາເນີນງານຂອງກິດຈະການຈະຕ້ອງດໍາເນີນການແນວໃດ, ໃຊ້ພະນັກງານເທົ່າໃດ, ຕ້ອງໃຊ້ເງິນເທົ່າໃດ, ໃຊ້ຊັບພະຍາກອນຕ່າງໆຈໍານວນເທົ່າໃດ ແລະ ຈະກໍ່ໃຫ້ເກີດລາຍໄດ້ລາຍໄດ້, ຜົນຜະລິດຕ່າງໆ ລວມເຖິງການກໍ່ໃຫ້ເກີດກໍາໄລຫຼາຍໜ້ອຍເທົ່າໃດ ໃຫ້ແກ່ກິດຈະການ ນອກຈາກນີ້ຍັງເປັນການສ້າງຄວາມເຂັ້ມແຂງ ແລະ ມີສັກກະຍາພາບໃນການແຂ່ງຂັນ ແລະ ສາມາດເຕີບໂຕໄດ້ຢ່າງໝັ້ນຄົງ ເຊິ່ງພາຍໃຕ້ສະຖານະຖານທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ຜູ້ບໍລິຫານກໍຈະສາມາດປັບຕົວໄດ້ທັນແລະ ສາມາດດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ

ແຜນທຸລະກິດທີ່ດີຈະຕ້ອງເປັນແຜນທຸລະກິດທີ່ສາມາດນໍາໄປໃຊ້ໄດ້ຈິງ ແລະ ມີການນໍາໄປໃຊ້ໃນການດໍາເນີນງານຈິງ ດັ່ງນັ້ນທ່ານພຽງແຕ່ເລິ່ມຕົ້ນຂຽນແຜນທຸລະກິດ ທ່ານກໍຈະໄດ້ປຽບຄູ່ແຂ່ງແລ້ວ

บทความใกล้เคียง:

Leave a comment