ໂອກາດ SME ລາວໃນໄທ

ປະເທດໄທຖືວ່າເປັນປະເທດເພຶ່ອນບ້ານທີ່ມີຄວາມຜູກພັນກັນມານານ ເນື່ອງຈາກວ່າເປັນປະເທດທີ່ມີຊາຍແດນຕິດກັນເປັນໄລຍະຍາວ, ມີພາສາ ແລະ ວັດທະນະທໍາທີ່ຄ້າຍຄືກັນ, ສາມາດສື່ສານກັນໄດ້ໂດຍບໍ່ມີການໃຊ້ລ່າມແປພາສາ ປະເທດໄທມີປະຊາກອນເປັນຈໍານວນຫຼາຍເຖິງ 67 ລ້ານຄົນ

ການຄ້າຂາຍຢູ່ເຂດຊາຍແດນ ລາວໄທ

ໃນຊ່ວງ 6 ເດືອນຕົ້ນປີ 2017 (ມັງກອນ-ມີຖຸນາ) ມີມູນຄ່າການຄ້າລວມ 101.191 ລ້ານບາດ ທຽບກັບຊ່ວງດຽວກັນກັບປີກ່ອນທີ່ມີມູນຄ່າ 99,636.36 ລ້ານບາດ ເພິ່ມຂຶ້ນ 1.56% ໂດຍເປັນການສົ່ງອອກມູນຄ່າ 35,133.50 ລ້ານບາດ ເພິ່ມຂຶ້ນຈາກປີກ່ອນ 5052.3 ລ້ານບາດ ກວມເອົາ 16.79%, ການນໍາເຂົ້າມູນຄ່າ 66,058.02 ລ້ານບາດ ຫຼຸດລົງຈາກປີທີ່ຜ່ານມາໃນເວລາດຽວກັນ 349.14 ລ້ານບາດ ກວມເອົາ 5%, ລາວຂາດດູນການຄ້າ 30,924.52 ລ້ານບາດ ຫຼຸດລົງຈາກປີທີ່ຜ່ານມາ 8,549.44 ລ້ານບາດ ຄິດເປັນເປີເຊັນເທົ່າກັບ 21.65% ໂດຍສິນຄ້າສົ່ງອອກໄປປະເທດໄທ 5 ອັນດັບໄດ້ແກ່: ພະລັງງານໄຟຟ້າ ກວມເອົາ 46.22%, ທອງແດງແລະ ຜະລິດຕະພັນ ກວມເອົາ 15.29%, ເຄື່ອງຮັບສົ່ງສັນຍານ ແລະ ອຸປະກອນຕິດຕັ້ງ ກວມເອົາ 12.09%, ພັກ ແລະ ເຄື່ອງປຸງແຕ່ງຈາກພັກ ກວມເອົາ 7.87%, ເຄື່ອງຮັບໂທລະພາບ ແລະ ໂທລະພາບ ກວມເອົາ 5.04% ໃນຂະນະທີ່ສິນຄ້ານໍາເຂົ້າຈາກປະເທດໄທຫຼາຍທີ່ສຸດ 5 ອັນດັບທໍາອິດໄດ້ແກ່: ນໍາມັນດີເຊວ ກວມເອົາ 11.13% ລົດໃຫ່ຍ ແລະ ອຸປະກອນ ກວມເອົາ 7.14%, ສິນຄ້າອຸດສະຫະກໍາ ແລະ ອຶ່ນໆ ກວມເອົາ 6.83%, ນໍ້າມັນສໍາເລັດຮູບ ກວມເອົາ 4.78% ແລະ ສິນຄ້າທີ່ກ່ຽວກັບສັດ ກວມເອົາ 3.42%

ທີ່ມາ: ສູນເທັກໂນໂລຢີ-ຂໍ້ມູນຂ່າວສານ ກົມການຄ້າຕ່າງປະເທດ ໂດຍໄດ້ຮັບຄວາມຮ່ວມມືຈາກກົມ…ສຸລະກາກອນ………………

ນອກເໜືອນຈາກການສົ່ງອອກສິນຄ້າດັ່ງກ່າວໃນ 5 ອັນດັບທໍາອິດແລ້ວຍັງເຫັນວ່າ ສິນຄ້າສົ່ງອອກທີ່ນ້າສົນໃຈທີ່ມາຈາກຜູ້ປະກອບການ SME ໄດ້ແກ່: ກາເຟ, ຊາ, ເຄື່ອງປຸງແຕ່ງ, ພັກ ແລະ ເຄື່ງປຸງແຕ່ງຈາກພັກ ຈາກນະໂຍບາຍສົ່ງເສິມການກະເສດປອດສານພິດ ຂອງລັດທະບານລາວ ເຮັດໃຫ້ສິນຄ້າທາງການກະເສດປອດສານຜິດເປັນທີ່ຕ້ອງການໃນຕະຫຼາດໄທ ແຕ່ວ່າສິດຄ້າປອດສານພິດຍັງມີໜ້ອຍຢູ່ ເພາະມີອຸປະສັກດ້ານການຂາດຄວາມຊໍານິຊໍານານ ດ້ານວິຊາການ, ການເຂົ້າເຖິງແຫຼ່ງເງິນທຶນ ແລະ ແຮງງານ

ຈາກກະແສທຸລະກິດເພື່ອສຸຂະພາບທີ່ກໍາລັງມາແຮງໃນຍຸກປະຈຸບັນ ເຮັດໃຫ້ຄວາມຕ້ອງການທາງດ້ານອາຫານປອດສານພິດ, ອາຫານອໍແກນນິກ, ນໍ້າດື່ມທີ່ສະອາດຈາກນໍ້າແຮ່ທໍາມະຊາດ ກໍາລັງມີຄວາມຕ້ອງການສູງໃນຕະຫຼາດປະເທດໄທ ແລະ ອີກຫຼາຍປະເທດທົ່ວໂລກ ປະເທດລາວມີຊື່ສຽງທີ່ເດັ່ນ ທາງດ້ານຄວາມສະອາດຂອງຊັບພະຍາກອນທໍາມະຊາດ, ແຫຼ່ງນໍ້າ, ອາກາດ ແລະດິນ ເນື່ອງຈາກເປັນປະເທດທີ່ເຮັດທຸລະກິດການກະເສດທີ່ບໍ່ໄດ້ຂຶ້ນທະບຽນ ສານເຄມີກໍາຈັດສັດຕູພືດອັນຕະລາຍ 2 ຊະນິດ ໄດ້ແກ່: ກຸ່ມໄດໂຄຣໂຕຟອສ (ຊື່ການຄ້າ ໄດຄຣອນ, ດີຟອສ 33, ຄຮາຍຣັນ 33, ຮຸຍຄຣອນ) ແລະ ກຸ່ມເມໂທນິນ (ຊື່ການຄ້າ ແລນເນສ, ແລນນອດ, ທຣີໂທມິນ) ເຊິ່ງເປັນສານເຄມີກໍາຈັດສັດຕູພືດທີ່ຫຼາຍປະເທດ ໂດຍສະເພາະແມ່ນປະເທດໃນແຖບຢຸໂລບ, ແຄນາດາ, ຍີ່ປຸ່ນ ຫ້າມນໍາໃຊ້ ແລະ ຫ້າມຜະລິດ ຈຶ່ງເຮັດໃຫ້ສິນຄ້າການກະເສດຈາກລາວໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ບໍລິໂພກ ທາງດ້ານຄວາມສະອາດ ແລະ ປອດສານເຄມີ ນອກຈາກນີ້ປະເທດລາວຍັງມີໂຮງງານອຸດສາຫະກໍານໍານວນໜ້ອຍ ຖ້າຫາກທຽບໃສ່ກັບປະເທດເພື່ອນບ້ານ ທາງຜູ້ຂຽນມີຄວາມຄິດເຫັນວ່າ ຖ້າຫາກທາງພາກລັດມີນະໂຍບາຍສົ່ງເສີມໃຫ້ປະເທດລາວເປັນ Hub ຂອງພືດຜັກທີ່ມາຈາກທໍາມະຊາດ ແລະ ປອດສານພິດ ໃຫ້ສາມາດແປຮູບເປັນອຸດສາຫະກໍາອາຫານປອດສານພິດໄດ້ ສາມາດເຂົ້າສູ່ຕະລາດປະເທດໄທ ທີ່ມີປະຊາກອນຈໍານວນຫຼາຍເຖິງ 67 ລ້ານຄົນ ເຊິ່ງເປັນຕະຫຼາດທີ່ໃຫ່ຍຫຼາຍກວ່າຕະຫຼາດໃນລາວເອງຫຼາຍເທົ່າຕົວ

ນອກເໜືອຈາກພືດຜັກ, ອາຫານປອດສານພິດແລ້ວ ທຸລະກິດການທ່ອງທຽວຖືວ່າເປັນການສົ່ງອອກທີ່ນໍາລາຍໄດ້ເຂົ້າສູ່ປະເທດລາວເປັນອັນດັບຕົ້ນໆ ແລະ ນັກທ່ອງທ່ຽວຈາກປະເທດໄທຖືວ່າເປັນນັກທ່ອງທ່ຽວທີ່ມີຈໍານວນຫຼາຍທີ່ສຸດ ໂດຍສະເພາະແມ່ນແຂວງຫຼວງພະບາງ, ວັງວຽງ ທີ່ເປັນສະຖານທີ່ໆນັກທ່ອງທ່ຽວນິຍົມ ແລະ ຄົນໄທທຸກຄົນຢາກມາຢ້ຽມຢາມຫຼາຍທີ່ສຸດ ເພາະຊື່ສຽງທາງດ້ານວັດທະນະທໍາ ທຸລະກິດ SME ໃນດ້ານການທ່ອງທ່ຽວເຊັ່ນ: ໂຮງແຮມ, ຮ້ານອາຫານ, ສິນຄ້າທີ່ລະນຶກ, ການບໍລິການທາງດ້ານການທ່ອງທ່ຽວ ຈຶ່ງຖືວ່າເປັນໂອກາດສໍາລັບປະເທດໄທ

ຈາກການເຂົ້າສູ່ເອອີຊີ ເຮັດໃຫ້ປະເທດລາວໄດ້ຮັບການຍອມຮັບຫຼາຍຂຶ້ນໃນເວທີສາກົນ ທັງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມທຸລະກິດ SME ເຊິ່ງເປັນໜ່ວຍທຸລະກິດທີ່ມີຈໍານວນຫຼາຍທີ່ສຸດໃນລາວ ຜູ້ຂຽນຢາກຈະສະເໜີໃຫ້ຜູ້ປະກອບການພິຈາລະນາໃນການສົ່ງອອກສິນຄ້າເຂົ້າສູ່ຕະຫຼາດໃນອາຊ່ຽນຫຼາຍຂຶ້ນ ນອກເໜືອຈາກການຜະລິດ, ການຈໍາໜ່າຍໃນລາວ ໂດຍປະເທດທີ່ໜ້າສົນໃຈຫຼາຍທີ່ສຸດ ແລະ ມີອຸປະສັັກໜ້ອຍທີ່ສຸດຄື: ປະເທດໄທທີ່ມີຈໍານວນປະຊາກອນຫຼາຍເຖິງ 67 ລ້ານຄົນ ແລະ ຍັງມີຄວາມໂດດເດັ່ນທາງດ້ານໂລຈິສຕິກ ດັ່ງນັ້ນຈຶ່ງເປັນຕະຫຼາດທີໜ້າສົນໃຈສໍາລັບຜູ້ປະກອບການ SME ໃນລາວ ທີ່ຜະລິດສິນຄ້າ ແລະ ສົ່ງອອກໄປຍັງປະເທດໄທ ຫຼື ສົ່ງເສີມທຸລະກິດທາງດ້ານການບໍລິການ ແລະ ການທ່ອງທ່ຽວ ເພື່ອເປັນການຮອງຮັບນັກທ່ອງທ່ຽວຈາກປະເທດໄທ

บทความใกล้เคียง:

Leave a comment