ຊ່ວຍກັນ ແຈ້ງຂໍ້ມູນ ກ່ຽວກັບ ທຸລະກິດທີບໍ່ເຄື່ອນໄຫວ ຫຼື ເຄື່ອນໄຫວບໍ່ຖືກຕ້ອງ

ເພື່ອຊ່ວຍກັນເປັນຫູເປັນຕາ ສະກັດກັ້ນປາກົດການຫຍໍ້້ ທີ່ກົດໜ່ວງທ່ວງດຶງການພັດທະນາເສດຖະກິດຂອງຊາດ ດ້ວຍການມີສ່ວນຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຈາກທຸກພາກສ່ວນໃນສັງຄົມ ຊ່ວຍເຮັດໃຫ້ການຄຸ້ມຄອງຫົວໜ່ວຍທຸລະກິດຢູ່ ສປປ ລາວ ເປັນໄປຕາມລະບຽບກົດໝາຍ, ມີປະສິດທິຜົນດີ ແລະ ທັນກັບສະພາບການ. ນອກຈາກນີ້ ກໍ່ເພື່ອສ້າງສະພາບແວດລ້ອມທີ່ໂປ່ງໃສ ແລະ ການແຂ່ງຂັນທີ່ເປັນທຳ ໃຫ້ແກ່ການດຳເນີນທຸລະກິດການຄ້າ ໃນ ສປປ ລາວ.

ລາຍລະອຽດ

 ກະຊວງອຸດສາຫະກໍາ ແລະ ການຄ້າ, ອອກແຈ້ງການ ກ່ຽວກັບ ຂໍ້ມູນວິສາຫະກິດ ທີ່ບໍ່ເຄື່ອນໄຫວ ຫຼື ເຄື່ອນໄຫວທຸລະກິດ ບໍ່ຖືກຕ້ອງ ຕາມກິດຈະການ ທີ່ໄດ້ຮັບອະນຸຍາດໃນໃບທະບຽນວິສາຫະກິດ, ສະບັບເລກທີ 2398/ຫອຄ.ກທຄວ, ລົງວັນທີ 09 ຕຸລາ 2017. ເພື່ອໃຫ້ທຸກພາກສ່ວນໃນສົງຄົມຈົ່ງຊ່ວຍກັນເປັນຫູເປັນຕາ ໃນການແຈ້ງຂໍ້ມູນ ຖ້າຫາກພົບເຫັນ ຫຼື ມີຂໍ້ມູນ ກ່ຽວກັບວິສາຫະກິດ ທີ່ມີເຫດການໜ້າສົງໄສ ຫຼື ພຶດຕິກໍາ ຊຶ່ງເຊື່ອວ່າ ບໍ່ໄດ້ເຄື່ນໄຫວ ຫຼື ເຄື່ອນໄຫວທຸລະກິດ ແຕ່ບໍ່ສອດຄ່ອງກັບກິດຈະການ ຕາມທີ່ພາກລັດອະນຸຍາດໃຫ້ໃນທະບຽນວິສາຫະກິດ. ໂດຍການຕິດຕໍ່ປະສານໂດຍກົງຫາເຈົ້າໜ້າທີ່ພາກລັດ ຜ່ານສາຍດ່ວນ ແລະ ເບີໂທລະສັບຕ່າງໆ ດັ່ງນີ້:
  • ເບີໂທລະສັບສາຍດ່ວນ: 1510 ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
  • ເບີໂທລະສັບ: 030 4402827 ຫຼື ວັອດແອັບ 020 96638135 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທຸກໆການແຈ້ງຂໍ້ມູນຂອງທ່ານ ຈະເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ ແລະ ຊ່ວຍພໍ່ຄ້າຊາວຂາຍທີ່ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍໃນທົ່ວປະເທດລາວ. ທ່ານສາມາດໂທໄດ້ທຸກວັນ, ໃນໂມງລັດຖະການ, ທຸກໆຂໍ້ມູນ ແລະ ແຫຼ່ງຂ່າວ ຈະຖືກຮັກສາເປັນຄວາມລັບ ເພື່ອຮັກສາຄວາມປອດໄພແກ່ທ່ານຜູ້ປະສົງດີຕໍ່ປະເທດຊາດ.

Leave a comment